ນາຍົກລັດຖະມົນຕີຍີ່ປຸ່ນຢ້ຽມຢາມສີລັງກາ

ນາຍົກລັດຖະມົນຕີຍີ່ປຸ່ນຢ້ຽມຢາມສີລັງກາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃນການຢ້ຽມຢາມ ບັງກະລາເທດ ໃນວັນທີ 6/9
(ພາບ: AFP)

(vovworld) – ວັນ​ທີ 7/9, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໄດ້​ໄປ​ຍັງ​ນະຄອນຫຼວງ ​​ໂກ​ໂລມ​ໂບ, ປະ​ເທດ ສີ​ລັງກາ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ປະ​ເທດ​ນີ້​ຢ່າງ​ເປັນ​ທາງ​ການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ 2 ຝ່າຍ. ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຈະ​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ ປະ​ເທດ​ເຈົ້າພາບ Mahinda Rajapaksa ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ການ​ເມືອງ ​ແລະ ​ເສດຖະກິດ, ກໍ່​ຄື​ການ​ຮ່ວມ​ມື​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ. ທ່ານ​ນາຍົກລັດຖະມົນຕີ Shinzo Abe  ​ໄປ​ຍັງ ສີ​ລັງກາ ພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມຢາມ ​ບັງ​ກະລາ​​​ເທດ. ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ການ​ປະຕິບັດ​ງານ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ ຍີ່ປຸ່ນ ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ອາຊີ ກາງ ​ແລະ ກໍ່​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ຂອງ​ນາຍົກລັດຖະມົນຕີ ຍີ່ປຸ່ນ ຄົນ​ໜຶ່ງ ​ເຖິງ​ສີ​ລັງກາ ​ໃນ​ຮອບ​ເວລາ 24 ປີ​ຜ່ານ​ມາ.

 


ຂ່າວ/ບົດ​ອື່ນ