ນາຍົກລັດຖະມົນຕີຕົກລົງເພີ່ມລາຍຈ່າຍໃນການຊື້ວັກຊິນກັນໂຄວິດ-19

(VOVWORLD) -ນາຍົກລັດຖະມົນຕີໄດ້ມອບໃຫ້ກະຊວງສາທາລະນະສຸກຫວຽດນາມ ສ້າງ ແລະ ສະເໜີຕໍ່ຂັ້ນມີສິດອຳນາດອະນຸມັດຜ່ານແຜນຮ່າງສັງລວມກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ປີ 2021

ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕົກລົງຫັກຈຳນວນເງິນເກືອບ 1.240 ຕື້ດົ່ງຈາກແຫຼ່ງງົບປະມານສຳຮອງສູນກາງປີ 2021 ເພື່ອເພີ່ມຕື່ມການຄາດຄະເນການຂຶ້ນແຜນລາຍຈ່າຍງົບປະມານຂອງລັດປີ 2021 ຂອງກະຊວງສາທາລະນະສຸກ ໃນການປະຕິບັດການຊື້ວັກຊິນກັນໂຄວິດ-19.

        ນາຍົກລັດຖະມົນຕີໄດ້ມອບໃຫ້ກະຊວງສາທາລະນະສຸກຫວຽດນາມ ສ້າງ ແລະ ສະເໜີຕໍ່ຂັ້ນມີສິດອຳນາດອະນຸມັດຜ່ານແຜນຮ່າງສັງລວມກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ປີ 2021 (ລວມທັງແຜນການລາຍຈ່າຍກ່ຽວກັບການຊື້, ນຳໃຊ້ວັກຊິນກັນໂຄວິດ-19 ຈຳນວນ 150 ລ້ານໂດສ).

ຕອບກັບ

ຂ່າວ/ບົດ​ອື່ນ