ນາຍົກລັດຖະມົນຕີຕວກກີ:ລັດຖະບານແລະປະທານາທິບໍດີພວມກຳສິດຄວບຄຸມ

ນາຍົກລັດຖະມົນຕີຕວກກີ:ລັດຖະບານແລະປະທານາທິບໍດີພວມກຳສິດຄວບຄຸມ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ຕວກ​ກີ Binaila Yildirim
ພາບ:haberkita.com
(vovworld)- ຕາມ​ນາ​ຍົກ​ລັດ​ຖະ​ມົນ​ຕີ Binaila Yildirimແລ້ວ,, ການ​ລັດ​ຖະ​ປະ​ຫານ ແມ່ນ “ຄວາມ​ມືດ​ໃນ​ພື້ນ​ຖານ​ປະ​ຊາ​ທິ​ປະ​ໄຕຂອງ ຕວກ​ກີ” ​ເຮັດ​ໃຫ້ 265 ຄົນ​ເສຍ​ຊີ​ວິດ ແລະ 1.440 ຄົນ​ຖືກ​ບາດ​ເຈັບ. ໃນ​ຂະ​ນະ​ນັ້ນ ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Erdogan ຖະ​ແຫລງວ່າ ລັດ​ຖະ​ບານ ແລະ ປະ​ທາ​ນາ​ທິບ​ໍ​ດີ ພວມ​ກຳ​ສິດ​ຄວບ​ຄຸມ. ມາ​ຮອດ​ຈຸດ​ເວ​ລານີ້, ສະ​ພາບ​ການ​ຢູ່ Istanbul ກັບ​ຄືນ​ສູ່​ຄວາມ​ເປັນ​ປົກ​ກະ​ຕິ.  ປະ​ທາ​ນາ​ທິ​ບໍ​ດີ Erdogan ໃຫ້​ຄຳ​ໝັ້ນ​ໝາຍ​ວ່າ ຈະ​ປັດ​ເຂ່ຍ​ພວກ​ທໍ​ລະ​ຍົດ​ອອກ​ຈາກກອງ​ເສ​ນາ​ທິ​ການ​ໃຫຍ່ ແລະ ກວດ​ກາ​ຄືນ​ທົ່ວ​ກອງ​ທັບ.

ວັນ​ທີ 16/7, ສະ​ພາ​ແຫ່ງ​ຊາດ ຕວກ​ກີ ໄດ້​ຮຽກ​ໂຮມການ​ປະ​ຊຸມ​ວິ​ສາ​ມັນ​ພາຍ​ຫລັງ​ການ​ລັດ​ຖະ​ປະ​ຫານ ຊື່ງ​ໄດ້​ຮັບ​ຖື​ວ່າ ໂດຍ​ແມ່ນ​ບັນ​ດາ​ຜູ້​ສະ​ຫນັບ​ສະ​ຫນູນ ບາດ​ຫລວງ ຕວກ​ກີ ພວມ​ດຳ​ລົງ​ຊີ​ວິດ​ຢູ່ ອາ​ເມ​ລິ​ກາ Gulen ປະ​ຕິ​ບັດ. ກ່ຽວ​ກັບ​ວຽກ​ງານ​ສືບ​ສວນ​ສອບ​ສວນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕວກ​ກີ Binaila Yildirim ໃຫ້​ຮູ້​ວ່າ: ຈະ​ສືບ​ສວນ​ສອບ​ສວນ​ທຸກ​ດ້ານ​ຂອງ​ເຫດ​ລັດ​ຖະ​ປະ​ຫານ ແລະ ພິ​ຈາ​ລະ​ນາ​ຄວາມ​ຜິດ​ພາດ​ໃນ​ລະ​ບົບ​ລາ​ຊະ​ການ​ລັບ.

ຕອບກັບ

ຂ່າວ/ບົດ​ອື່ນ