ນາຍົກລັດຖະມົນຕີມາເລເຊຍບູລະນະກົງຈັກລັດຖະບານ

(VOVWORLD) -ໃນຄວາມມານະພະຍາຍາມບູລະນະກົງຈັກລັດຖະບານໃໝ່ຂອງມາເລເຊຍ, ວັນທີ 18 ພຶດສະພາ, ທ່ານນາຍົກລັດຖະມົນຕີຄົນໃໝ່ຂອງປະເທດນີ້ Mahathir Mohamad ໄດ້ປະກາດບາງຕຳແໜ່ງໃນພາກສ່ວນລັດຖະບານໃໝ່ຕື່ມອີກ.

ນາຍົກລັດຖະມົນຕີມາເລເຊຍບູລະນະກົງຈັກລັດຖະບານ - ảnh 1ທ່ານນາຍົກລັດຖະມົນຕີຄົນໃໝ່ Mahathir Mohamad  

(ພາບປະກອບ: THX/TTXVN)

ຕາມແຜນການແລ້ວ, ບັນດາສະມາຊິກລັດຖະບານຂອງລັດຖະບານມາເລເຊຍ ທັງໝົດ ຈະສາບານຕົວຮັບດຳລົງຕຳແໜ່ງໃນວັນທີ 21 ພຶດສະພາ. ບັນດາຕຳແໜ່ງໃນລັດຖະບານລວມມີສະມາຊິກ 14 ທ່ານ, ໃນນັ້ນມີທ່ານ Mahathir ເປັນນາຍົກລັດຖະມົນຕີ ແລະ ທ່ານ Wan Azizah Wan Ismail ປະທານພັກຍຸດຕິທຳປະຊາຊົນ (PKR) ເປັນຮອງນາຍົກລັດຖະມົນຕີ, ໄດ້ແບ່ງສະເໝີກັນລະຫວ່າງ 4 ພັກການເມືອງໃນສະຫະພັນຄວາມຫວັງ (PH) ກຳອຳນາດຂອງທ່ານນາຍົກລັດຖະມົນຕີ Mahathir.

      ພາຍຫຼັງສາບານຕົວຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີໃນວັນທີ 10 ພຶດສະພາ, ທ່ານ Mahathir ໄດ້ປະກາດ ແຜນນະໂຍບາຍສ້າງຕັ້ງກົງຈັກລັດຖະບານນ້ອຍກວ່າ ເມື່ອທຽບໃສ່ລັດຖະບານຊຸດກ່ອນໂດຍທ່ານນາຍົກລັດຖະມົນຕີ Najbi Razak ນຳພາມີລັດຖະມົນຕີຫຼາຍກວ່າ 25 ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ