ນາຍົກລັດຖະມົນຕີມາເລເຊຍຢັ້ງຢືນຕ້ອງໂອ້ລົມສົນທະນາ,ສັນຕິພາບໃນການແກ້ໄຂບັນຫາທະເລຕາເວັນອອກ

ນາຍົກລັດຖະມົນຕີມາເລເຊຍຢັ້ງຢືນຕ້ອງໂອ້ລົມສົນທະນາ,ສັນຕິພາບໃນການແກ້ໄຂບັນຫາທະເລຕາເວັນອອກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak

(vovworld) – ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງປະຊຸມ ​ໂຕະມົນ ອາຊີ - ປາຊີ​ຟິກ ຄັ້ງ​ທີ 28 ຢູ່​ນະຄອນຫຼວງ Kuala Lumpur ​ໃນ​ຕອນ​ຄຳ່​ວັນ​ທີ 2/6, ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak ຢັ້ງຢືນ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍຕ້ອງ​ແມ່ນ​ພື້ນຖານ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ເຄັ່ງ​ຕຶງ​ໃນ​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ຝ່າຍ​ຕ້ອງ​ຢືດໝັ້ນ​ຮັກສາ​ຫຼັກການ​ບໍ່​ນຳ​ໃຊ້​ກຳລັງ​ອາວຸດ ​ແລະ ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງດ້ວຍມາດຕະການ​ໂດຍ​ສັນຕິວິທີ, ບໍ່​ຄວນ​ມີ​ບໍ່​ວ່າ​ການ​ກະທຳ​ໃດໆ​ເຮັດ​ໃຫ້​ສະພາບການ ​ແລະ ​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ຕາມ​ທ່ານ​ນາຍົກລັດຖະມົນຕີ Razak ​ແລ້ວ, ບັນດາ​ຝ່າຍ​ກ່ຽວຂ້ອງ​ຕ້ອງ​ເດີນຕາມ​ເສັ້ນທາງ​ທີ່​ໄດ້​ຮັບ​ການ​ພິສູດ​​ແລ້ວ, ນັ້​ນ​ແມ່ນ​ການ​ໂອ້​ລົມ​ສົນທະນາ ​ແລະ ​ແກ້​ໄຂ​ບັນດາ​ການ​ປະ​ທະ​ກັນ​ໂດຍ​ສັນຕິ. ທ່ານ​ສະ​ແດງ​ຄວາມ​ຫວັງ​ວ່າ: ທຸກໆເລື່ອງຈະ​ຜັນ​ແປ​ໄປຕາມທາງທີ່ດີ. ທ່ານ​ກໍ່​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ​ຂອງ ມາ​ເລ​ເຊຍ​ສຳລັບ​ຖະ​ແຫຼ​ງການ​ມໍ່ໆ​ມາ​ນີ້​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ​ກ່ຽວກັບການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ ມຸ່ງ​ໄປ​ເຖິງ​ປາ​ຊາ​ຄົມ​ອາ​ຊຽນ ສັນຕິພາບ ​ແລະ ວັດທະນາ​ຖາວອນ, ຖື​ນີ້​ແມ່ນ​ບາດກ້າວ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​​ເສົາ​ຄ້ຳ​ການ​ເມືອງ - ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະຊາ​ຄົມ ອາ​ຊຽນ.


ຂ່າວ/ບົດ​ອື່ນ