ນາຍົກລັດຖະມົນຕີລາວສົ່ງສານແບ່ງເບົາຄວາມເສົ້າສະຫລົດໃຈກ່ຽວກັບ ເຮືອບິນSU30MK2ແລະCASA212ປະສົມັອຸປະຕິເຫດ

ນາຍົກລັດຖະມົນຕີລາວສົ່ງສານແບ່ງເບົາຄວາມເສົ້າສະຫລົດໃຈກ່ຽວກັບ ເຮືອບິນSU30MK2ແລະCASA212ປະສົມັອຸປະຕິເຫດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 29/06/2016 ທ່ານ​ນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີ​ສຸ​ລິດ​ ​ໄດ້​ສົ່ງ​ສານ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫລົດ​ໃຈ​ເຖິງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ກ່ຽວ​ກັບ 2 ​ ​ເຮືອບິນ SU 30MK2 ​ແລະ CASA 212 ​ ປະສົມັອຸປະຕິ​ເຫດໃນ​ວັນ​ທີ 14 ​ແລະ 16/06/2016. ​​ໃນ​ສານ, ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ໃຫ້​ຮູ້​ວ່າ: ທ່ານ​ໄດ້​ຕິດຕາມຢ່າງ​ໃກ້​ຊິດ​ກ່ຽວ​ເຫດການ​ນີ້ ​ແລະ ຖື​ນີ້​ແມ່ນ​ການ​ເສຍ​ສະຫຼະ​ຊີວິດ ​ແລະ ​ເສຍ​ຫາຍ​ຢ່າງໃຫຍ່​ຫລວງ​ສຳລັບ​ກອງທັບ​, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ທອງລຸນ ສີ​ສຸ​ລິດ ສະ​ແດງຄວາມ​ເສົ້າ​ສະຫລົດ​ໃຈ ​ແລະ ​ເສຍດາຍ​ຢ່າງ​ໃຫຍ່​ຫລວງ. ຕາງໜ້າ​ພັກ, ລັດຖະບານ ​ແລະ ປະຊາຊົນ ລາວ ຝາກ​ຄຳ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫລົດ​ຢ່າງ​ເລິກ​ເຊິ່ງ​ເຖິງ​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ກໍ່​ຄືກ​ອງທັບ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ. ພິ​ເສດ​ແມ່ນ​ສຳລັບ​ຄອບຄົວ​ບັນດາ​ພະນັກ​ງານ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ.

 

 

ຂ່າວ/ບົດ​ອື່ນ