ນາຍົກລັດຖະມົນຕີລາວສົ່ງເສີມວິສາຫະກິດຫວຽດນາມໄປລົງທຶນຢູ່ລາວ
(ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສິສຸລິດ ຕ້ອນຮັບ
ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈີນຕ໋ວນແອງ)
(vovworld) - ໃນຂອບເຂດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 (AEM 48) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ວຽງຈັນ, ລາວ. ຕອນບ່າຍວັນທີ 04/08, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈີນຕ໋ວນແອງ ແລະ ຄະນະຜູ້ແທນກະຊວງອຸດສາຫະກຳການຄ້າໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສິສຸລິດ. ຢູ່ທີ່ນີ້, ທ່ານ ລັດຖະມົນຕີ ເຈີນຕ໋ວນແອງ ໄດ້ຂອບອົກຂອບໃຈທ່ານນາຍົກລັດຖະມົນຕີ ທອງລຸນ ສິສຸລິດ ແລະ ລັດຖະບານລາວ ຍາມໃດກໍ່ເອົາໃຈໃສ່ຊີ້ນຳ, ສ້າງເງື່ອນໄຂສະດວກໃຫ້ຂະແໜງອຸດສາຫະກຳການຄ້າ 2 ປະເທດສົມທົບກັນຢ່າງແໜ້ນແຟ້ນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດ. ໃນການຮ່ວມມືດ້ານອຸດສາຫະກຳ - ການຄ້າກັບລາວ, ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ຊີ້ນຳຢ່າງຂ້ຽວຂາດ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືເຊິ່ງ 2 ຝ່າຍໄດ້ເປັນເອກະພາບ, ໃນເບື້ອງຕົ້ນໄດ້ຮັບໝາກຜົນຢ່າງດີງາມ.
ສ່ວນທ່ານນາຍົກລັດຖະມົນຕີລາວ ທອງລຸນ ສິສຸລິດ ສະເໜີທ່ານລັດຖະມົນຕີ ເຈີນຕ໋ວນແອງ ສືບຕໍ່ຊີ້ນຳການຜັນຂະຫຍາຍໃຫ້ບັນດາໂຄງການເຂື່ອນໄຟຟ້ານ້ຳຕົກ, ການຂຸດຄົ້ນແຮ່ທາດຂອງຫວຽດນາມ ຢູ່ລາວ ຖືກຕາມຄວາມຄືບໜ້າ; ສົ່ງເສີມວິສາຫະກິດຫວຽດນາມ ໄປລົງທຶນຜະລິດເຄື່ອງໃຊ້ສອຍ, ປຸງແຕ່ງໄມ້ຢູ່ລາວ ເພື່ອຫັນໂຄງປະກອບຂາອອກຂາເຂົ້າລະຫວ່າງ 2 ປະເທດເປັນຫຼາຍຮູບຫຼາຍແບບ.