ນາຍົກລັດຖະມົນຕີຫງວຽນຊວນຟຸກຊີ້ນຳການປະຕິບັດສຳ​ເລັດຄາດໝາຍເສດຖະກິດສັງຄົມ

   
ນາຍົກລັດຖະມົນຕີຫງວຽນຊວນຟຸກຊີ້ນຳການປະຕິບັດສຳ​ເລັດຄາດໝາຍເສດຖະກິດສັງຄົມ - ảnh 1
   ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກເປັນ​ປະ​ທານກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອນ 6 ຂອງ​ລັດ​ຖະ​ບານ​

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອນ 6 ຂອງ​ລັດ​ຖະ​ບານ​ເມື່ອ​ຕອນ​ບ່າຍ​ວັນ​ທີ 1/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ ນ້ຳ​ໃຈ​ຮ່ວມ​ຂອງ​ພັກ, ລັດ, ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແມ່ນ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ທັງ​ລະ​ບົບ​ການ​ເມືອງ ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ບັນ​ລຸ​ລະ​ດັບ​ສູງ​ສຸດ​ທີ່​ເປົ້າ​ໝາຍ​ໄດ້​ວາງ​ອອກ. ກ່ຽວ​ກັບ​ຄາດ​ໝາຍ​ເສດ​ຖະ​ກິດ​ໃນ​ປີນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກຢືນ​ຢັນ​ວ່າ ຫວຽດ​ນາມ​ຍັງ​ຄົງ​ສາ​ມາດ​ບັ​ນ​ລຸ​ຄາດ​ໝາຍ​ເຕີບ​ໂຕ 6,7%. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກຕີ​ລາ​ຄາ​ວ່າ ເສດ​ຖະ​ກິດ​ໄລ​ຍະ 6 ເດືອນ​ທ້າຍ​ປີ ຍັງ​ຄົງ​ມີ​ຄວາມ​ສະ​ດວກ. ບັນ​ດາ​ແຂວງ, ນະ​ຄອນ​ທີ່​ເປັນ​ສູນ​ກາງ​ເສດ​ຖະ​ກິດ ກໍ​ລ້ວນ​ແຕ່​ເຕີບ​ໂຕ​ດີ. ພ້ອມ​ກັນ​ນັ້ນ, ອຸດ​ສາ​ຫະ​ກຳ​ຜະ​ລິດ​ຍັງ​ສາ​ມາດ​ໄດ້​ທ່າ​ເຕີບ​ໂຕ. ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ຕົວ​ເລກ​ຄາດ​ໝາຍ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ປີນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ : 

   “ ທີ 1 ແມ່ນ​ຕ້ອງ​ປົວ​ແປງ​ສະ​ພາບ​ແວດ​ລ້ອມແຫ່ງ​ການ​ລົງ​ທຶນ​ດຳ​ເນີ​ນ​ທຸ​ລະ​ກິດ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າ​ງໆ ຄວນ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຕົກ​ລົງ​ຂອງ​ລັດ​ຖະ​ບານ​ເປັນ​ຢ່າງ​ດີ. ທີ 2 ແມ່ນ​ຕ້ອງ​ຍູ້​ໄວ​ການ​ປ່ອຍ​ເງິນ​ລົງ​ທຶນ. ເລັ່ງ​ໃສ່​ຊ່ວຍ​ເຫຼືອ​ຊາວ​ກະ​ສີ​ກອນ​ຟື້ນ​ຟູ​ການ​ຜະ​ລິດ​ກະ​ສີ​ກຳ, ພິ​ເສດ​ແມ່ນ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ, ເຂດ​ຕອນ​ໃຕ້​ພາກ​ກາງ, ເຂດ​ໄຕ​ງວຽນ. ໜູນ​ຊ່ວຍ​ຊາວ​ກະ​ສີ​ກອນ​ພັດ​ທະ​ນາ​ການ​ຜະ​ລິດ ບໍ່​ພຽງ​ແຕ່​ແມ່ນ​ເພື່ອ​ພັດ​ທະ​ນາ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ສະ​ຖຽນ​ລະ​ພາບ​ສັງ​ຄົມ ແລະ ເພື່ອ​ຊີ​ວິດ​ສັງ​ຄົມ ”
ຂ່າວ/ບົດ​ອື່ນ