ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ຕ້ອນຮັບທ່ານນາງ Elba Rosa Perez Montoya
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 31/05, ທີ່ການຕ້ອນຮັບທ່ານນາງ Elba Rosa Perez Montoya ລັດຖະມົນຕີກະຊວງວິທະຍາສາດ - ເຕັກໂນໂລຢີ ແລະ ສິ່ງແວດລ້ອມ ກູບາ ພວມມີ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແລະ ທ່ານ Herminio Lopez Diaz ເອກອັກຄະລັດຖະທູດກູບາ ປະຈຳ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງການຮ່ວມມື 2 ຝ່າຍ ຫວຽດນາມ - ກູບາ ໃນຂົງເຂດວິທະຍາສາດ - ເຕັກໂນໂລຢີ ໂດຍຜ່ານການປະຕິບັດບັນດາໂຄງການຮ່ວມມືຄົ້ນຄວ້າ, ຖ່າຍທອດເຕັກໂນໂລຢີຊີວະວິທະຍາ, ກະສິກຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານນາຍົກລັດຖະມົນຕີ ສະເໜີການນຳຂັ້ນສູງ, ບັນດາກະຊວງ ຂະແໜງການ ແລະ ທ້ອງຖິ່ນ 2 ປະເທດ ສືບຕໍ່ແລກປ່ຽນບັນດາການຢ້ຽມຢາມເປັນປະຈຳ, ສ້າງເງື່ອນໄຂໃຫ້ວິສາຫະກິດ 2 ປະເທດຮ່ວມມືກັນດ້ານການຄ້າ - ການລົງທຶນ
ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຕີລາຄາສູງນ້ຳໃຈ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ກູບາ ເຂົ້າໃນການພັດທະນາສາຍພົວພັນຄວາມສາມັກຄີອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ກູບາ.
ສ່ວນທ່ານນາງ Elba Rosa Perez Montoya ກໍ່ຢືນຢັນວ່າ: ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງ ເພື່ອແນໃສ່ປັບປຸງການພົວພັນຮ່ວມມືຕື່ມອີກ ໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຢີ, ຊັບພະຍາກອນສິ່ງແວດລ້ອມລະຫວ່າງ 2 ປະເທດ. ທ່ານນາງ Elba Rosa Perez Montoya ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ພັກກອມມູນິດ ກູບາ ໄດ້ຮັບຮອງເອົາຍຸດທະສາດກ່ຽວກັບຮູບແບບພັດທະນາວິທະຍາສາດ, ເຕັກໂນໂລຢີ, ສິ່ງແວດລ້ອມເຖິງປີ 2020. ນີ້ແມ່ນ ເຂັມຊີ້ທິດເພື່ອໃຫ້ບັນດາກະຊວງ, ຂະແໜງການໃນ 2 ຂົງເຂດນີ້ຂອງ 2 ປະເທດເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ.