ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນກອງທຶນວືອາຢີງ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນກອງທຶນວືອາຢີງ - ảnh 1
ທ່ານ​ ຫງວຽນ​ຊວນ​ຟຸກ ​​ຕ້ອນຮັບ​ຄະນະ​ຜູ້​ແທນ​
ຂອງ​ກອງ​ທຶນ​ສຶກສາວື​ອາ​ຢີງ ​
(ພາບ: VGP/QuangHieu)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 18/04 ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂອງ​ກອງ​ທຶນ​ສຶກສາ ວື​ອາ​ຢີງ ​ແລະ ສະ​ໂມ​ສອນ​ເພື່ອ ຮ່ວາງ​ຊາ, ​ເຈື່ອງ​ຊາທີ່​ຮັກ​​ແພງ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ທຶນ ວື​ອາ​ຢີງ ​ແລະ ສະ​ໂມ​ສອນ​ເພື່ອ​ຮ່ວາງ​ຊາ, ​ເຈື່ອງ​ຊາ​ທີ່​ຮັກ​ແພງ. ​ໃນ 17 ປີຜ່ານມາ ກອງ​ທຶນ ວື​ອາ​ຢີງ ​​ໄດ້ລະດົມທຶນ 263 ຕື້​ດົ່ງ ​ແລະ ຜັນ​ຂະຫຍາຍ​ຫລາຍໂຄງການ​​ ປະກອບສ່ວນ​ໃຫ້​ສັງຄົມ, ປຸກລຸກ​ວັດທະນະທ​ຳ ມະນຸດ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມຂອງ​ຊາດ​ນັ້ນ​ແມ່ນ ກິນ​ເຂົ້າຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ພັກ, ລັດ ຍາມ​​ໃດ​ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ການ​ສຶກສາ, ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ຄຽງ​ຂ້າງ​ແຫຼ່ງທຶນ​ຈາກ​ງົບປະມານ, ລັດ​ຍາມ​ໃດ​ກໍ່​ສົ່ງ​ເສີມ, ປຸກລະດົມ​ບັນດາ​ແຫຼ່ງກຳລັງ​ສັງຄົມ. ດ້ວຍ​ບັນດາ​ບົດຮຽນ, ວິທີ​ເຮັດ, ໝາກຜົນ​ເປັນ​ໜ້ານັບຖື​​ໃນ​ໄລຍະຜ່ານ​ມາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເຊື່ອ​ໝັ້ນ​ວ່າ: ກອງ​ທຶນ ວື​ອາ​ຢີງ ກໍ່​ຄ​ືສະ​ໂມ​ສອນ​ເພື່ອ​ຮ່ວາງ​ຊາ ​ເຈື່ອງ​ຊາ​ທີ່​ຮັກ​ແພງ ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຕື່ມ​ອີກ, ປະກອບສ່ວນ​ໃຫ້​ແກ່ການ​ພັດທະນາ​ສັງຄົມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ສຶກສາ ບຳລຸງ​ສ້າງ, ​ເຊິ່ງ​ແມ່ນຂົງ​ເຂດກຸນ​ແຈ ​ແລະ ສຳຄັນ ​ທີ່ພັກ ​ແລະ ລັດ ​ໄດ້ກຳນົດ​​ແລ້ວ.

ຂ່າວ/ບົດ​ອື່ນ