ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດຈາຍແຢວນ ຮົ່ງກົງ,ຈີນ

(VOVWORLD) -ລັດຖະບານຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຈີນ, ຮົ່ງກົງ ທຳມາຫາກິນບັນລຸຜົນສຳເລັດຢູ່ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນການຕ້ອນຮັບທ່ານ ເສີນທຽນຈິງ, ປະທານກຸ່ມບໍລິສັດ ຈາຍແຢວນ (ຮົ່ງກົງ, ຈີນ) ໃນວັນທີ 07 ທັນວາ, ຢູ່ຮ່າໂນ້ຍ.
ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດຈາຍແຢວນ ຮົ່ງກົງ,ຈີນ - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດຈາຍແຢວນ ຮົ່ງກົງ,ຈີນ)

ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງບັນດາຂົງເຂດເຊິ່ງກຸ່ມບໍລິສັດລົງທຶນຢູ່ຫວຽດນາມ; ປາດຖະໜາວ່າ ກຸ່ມບໍລິສັດຈະເຂົ້າຮ່ວມການຫັນບັນດາວິສາຫະກິດຫວຽດນາມ ເປັນຫຸ້ນສ່ວນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຊີ້ແຈ້ງວ່າ, ຈີນ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດ, ຮົ່ງກົງ ກໍ່ແມ່ນຄູ່ຮ່ວມມື, ແມ່ນຕະຫຼາດສຳຄັນຂອງຫວຽດນາມ, ສະນັ້ນ, 2 ຝ່າຍມີເງື່ອນໄຂສະດວກຫຼາຍຢ່າງເພື່ອພັດທະນາ.

        ສ່ວນທ່ານປະທານກຸ່ມບໍລິສັດຈາຍແຢວນ,  ເສີນທຽນຈິງ ໃຫ້ຮູ້ວ່າ, ກຸ່ມບໍລິສັດເອົາໃຈໃສ່ເປັນພິເສດ ແລະ ປາດຖະໜາຢາກເປີດກວ້າງການລົງທຶນຢູ່ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີຫວຽດນາມ, ໂດຍສະເພາະແມ່ນບັນດາໂຄງການໃຫຍ່ກ່ຽວກັບອະສັງຫາລິມະຊັບຄືນະຄອນສະຫຼາດ. ສະນັ້ນ, ກຸ່ມບໍລິສັດປາດຖະໜາຢາກເຂົ້າຮ່ວມການພັດທະນາພື້ນຖານໂຄງລ່າງຂອງຮ່າໂນ້ຍ. ທ່ານຫວັງວ່າ, ລັດຖະບານ, ນາຍົກລັດຖະມົນຕີ ແລະ ບັນດາກະຊວງ, ຂະແໜງການຫວຽດນາມ ຈະສະໜັບສະໜູນກຸ່ມບໍລິສັດໃນວິວັດການລົງທຶນຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ