ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງປະທານWBຮັບຜິດຊອບພາກພື້ນອາຊີ-ປາຊີຟິກ
(vovworld) – ຕອນບ່າຍວັນທີ 11/5, ທີ່ການຕ້ອນຮັບທ່ານນາງ Victoria Kwakwa, ຮອງປະທານທະນາຄານໂລກ (WB) ຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ, ທັງເປັນຜູ້ອຳນວຍການແຫ່ງຊາດທະນາຄາໂລກ (WB) ປະຈຳ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເຊື່ອໝັ້ນໃນຖານະຕຳແໜ່ງໃໝ່, ທ່ານນາງຈະປະກອບສ່ວນສຳຄັນເຂົ້າໃນການຮັກສາ ແລະ ພັດທະນາການພົວພັນລະຫວ່າງ ຫວຽດນາມ - WB. ໃນແຜນນະໂຍບາຍເຊື່ອມໂຍງ, ການເຂົ້າຮ່ວມບັນດາສັນຍາການຄ້າເສລີ, ພິເສດແມ່ນ TPP ແລະ ຫວຽດນາມ - ອີຢູ, ໄດ້ ແລະ ຈະສ້າງກາລະໂອກາດໃໝ່ຫຼາຍຢ່າງ ແຕ່ກໍ່ໄດ້ມີບັນດາສິ່ງທ້າທາຍໃໝ່ສຳລັບ ຫວຽດນາມ. ດ່ັງນັ້ນ, ຫວຽດນາມ ປາດຖະໜາຢາກໃຫ້ WB ໜູນຊ່ວຍ ເພື່ອໃຫ້ ຫວຽດນາມ ໄດ້ຊົມໃຊ້ຫຼາຍທີ່ສຸດຈາກບັນດາສັນຍານີ້ເພື່ອແນໃສ່ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມແບບຍືນຍົງ.
ສ່ວນທ່ານນາງ Kwakwa ຢັ້ງຢືນວ່າ: ກຸ່ມ WB ຍາມໃດກໍ່ໜູນຊ່ວຍ ຫວຽດນາມ ເພື່ອຊຸກຍູ້ການພົວພັນ WB ແລະ ຫວຽດນາມ ກ່ວາອີກ, ຊ່ວຍ ຫວຽດນາມ ແກ້ໄຂບັນດາສິ່ງທ້າທາຍທີ່ພວມຕ້ອງປະເຊີນໜ້າ. ຄຽງຄູ່ກັນນັ້ນ, WB ກຽມພ້ອມໜູນຊ່ວຍ ຫວຽດນາມ ຮັບມືກັບການສຳພັດບັນດາແຫຼ່ງທຶນບຸລິມະສິດເພື່ອຜະລິດພະລັງງານຄືນໃໝ່, ປະກອບສ່ວນພ້ອມກັບທົ່ວໂລກຫລຸດຜ່ອນຜົນຮ້າຍຈາກການປ່ຽນແປງຂອງດິນຟ້າອາກາດ, ຄືບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ກອງປະຊຸມ COP 21.