ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານເອກອັກຄະລະລັດຖະທູດມຽນມາປະຈຳຫວຽດນາມ Kyaw So Win |
(vovwold)- ຕອນບ່າຍວັນທີ 10/4 ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານເອກອັກຄະລະລັດຖະທູດມຽນມາປະຈຳຫວຽດນາມ Kyaw So Win ເນື່ອງໃນໂອກາດມາຮັບໜ້າທີ່ການທູດຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະແດງຄວາມຫວັງວ່າ ທ່ານເອກອັກຄະລະລັດຖະທູດມຽນມາປະຈຳຫວຽດນາມ Kyaw So Win ສືບຕໍ່ປະກອບສ່ວນເຂົ້າໃນສາຍພົວພັນອັນດີງາມລະຫວ່າງ 2 ປະເທດ, ຊຸກຍູ້ບັນດາໂຄງການລົງທຶນ ແລະ ການຄ້າ 2 ຝ່າຍ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ 2 ປະເທດສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງເພື່ອຊຸກຍູ້ການພົວພັນລະຫວາງ 2 ປະເທດໃຫ້ພັດທະນາຢ່າງດີງາມ.
ແລະ ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລະລັດຖະທູດກາຕາ ປະຈຳຫວຽດນາມ Mohamed Ismail Al Emadi ຢ່າງສະໜິດສະໜົມ.