(ທ່ານຫງວຽນຊວນຟຸກ ແລະ ການນຳແຂວງ ກວາງຈີ້ ໄດ້ຖະຫວາຍ
ທູບທຽນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ)
(vovworld) - ຕອນເຊົ້າວັນທີ 17/04, ຢູ່ແຂວງ ກວາງຈີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ການນຳແຂວງ ກວາງຈີ້ ໄດ້ຖະຫວາຍທູບທຽນ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມນັບຖື ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ໄປຖະຫວາຍທູບທຽນ, ດອກໄມ້ຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທາງເລກ 9 ແລະ ປູຊະນີຍະຖານກຳແພງເກົ່າ ຫວາງຈີ້ ແລະ ປ່ອບດອກໄມ້ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດ ເພື່ອເອກກະລາດເສລີພາບຂອງປະເທດຊາດຢູ່ວິຫານອາໄລຫາທີ່ຝັ່ງພາກເໜືອແມ່ນ້ຳ ແທ້ກຫານ.