ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບນາຍົກລັດຖະມົນຕີລາວ
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ພົບປະກັບນາຍົກລັດຖະມົນຕີລາວ)
(vovworld) - ທີ່ການພົບປະກັນທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສຮ່ວມມືອາຊີ - ເອີລົບ (ASEM) ຄັ້ງທີ 11 ຢູ່ Ulan Bator, ປະເທດມົງໂກນ, ໃນວັນທີ 14/07, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຫວຽດນາມ ຈະພ້ອມກັບລາວ ສົມທົບກັນກວດກາລະອຽດ, ແກ້ໄຂບັນດາຄວາມຫຍຸ້ງຍາກຂອງບັນດາໂຄງການໂດຍວິສາຫະກິດຫວຽດນາມ ລົງທຶນຢູ່ລາວ ເພື່ອໃຫ່ບັນດາໂຄງການນີ້ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ຖືກກັບກຳນົດເວລາ, ປະກອບສ່ວນເຂົ້າໃນການພັດທະນາຂອງລາວ. ຕີລາຄາສູງບົດບາດຂອງລາວ ໃນຖານະເປັນປະທານອາຊຽນ ປີ 2016, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ປາດຖະໜາວ່າ, 2 ປະເທດຈະສົມທົບກັນກັບບັນດາປະເທດສະມາຊິກອາຊຽນ ຢ່າງແໜ້ນແຟ້ນກວ່າອີກເພື່ອແນໃສ່ຮັກສາ, ປັບປຸງຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງອາຊຽນ, ຮັບປະກັນໃຫ້ອາຊຽນສະແດງຫຼັກໝັ້ນເປັນເອກະພາບກ່ຽວກັບບັນດາບັນຫາພາກພື້ນ, ເປັນຕົ້ນແມ່ນບັນຫາທະເລຕາເວັນອອກ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ, ທີ່ບັນດາກອງປະຊຸມສຳຄັນຈະມາເຖິງຂອງອາຊຽນ, ຫວຽດນາມ ພ້ອມແລ້ວທີ່ຈະເພີ່ມທະວີການສົມທົບກັນລາວ ແລະ ບັນດາປະເທດເພື່ອໃຫ້ບັນດາກອງປະຊຸມດັ່ງກ່າວປະສົບຜົນສຳເລັດຢ່າງດີງາມ, ປະກອບສ່ວນເສີມຂະຫຍາຍອິດທິຜົນຊື່ສຽງຂອງລາວ ແລະ ຄວາມສາມັກຄີ, ເຫັນດີິເຫັນພ້ອມຂອງອາຊຽນ.
ສ່ວນທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢືນຢັນວ່າ, ລັດຖະບານລາວ ຈະສົມທົບກັບລັດຖະບານຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການຂອງວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ລາວ ຢ່າງມີປະສິດທິຜົນ ແລະ ຖືກຕາມກຳນົດເວລາ.