ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມທະຫານເຂດ9
(vovworld) – ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຍ້ອງຍໍຊົມເຊີຍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດດີເດັ່ນທົ່ວປະເທດປີ 2016 ຢູ່ແຂວງ ເກີນເທີ, ຕອນເຊົ້າວັນທີ 23/7, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນ, ອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນະຄອນ ເກີນເທີ. ຈາກນັ້ນ, ທ່ານນາຍົກລັດຖະມົນຕີໄດ້ໄປຢ້ຽມຢາມທະຫານເຂດ 9, ທະຫານຂຶ້ນກັບບໍລິເວນ 12 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.
ເມື່ອໂອ້ລົມກັບບັນດາການນຳຫຼັກແຫຼ່ງຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າໂດຍແມ່ນຊາດໜຶ່ງຮັກຫອມສັນຕິພາບ, ແຕ່ ຫວຽດນາມ ຍາມໃດກໍ່ຢືດໝັ້ນປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນສັກກະລະບູຊາຂອງຊາດ, ດັ່ງນັ້ນ, ບັນດາພະນັກງານ, ນົກຮົບທະຫານເຂດ 9 ຍາມໃດກໍ່ຕ້ອງກຳແໜ້ນສະພາບການ ແລະ ຍົກສູງສະຕິຕື່ນຕົວສຳລັບບັນດາກໍລະນີ, ການກະທຳລະເມີດເກີດຂຶ້ນຢູ່ທັງເຂດຊາຍແດນ ແລະ ຢູ່ທະເລ.