ນາຍົກລັດຖະມົນຕີຫງວຽນຊວນຟຸກ: ພະນັກງານການທູດຕ້ອງເປັນທູດວັດທະນະທຳ, ເສດຖະກິດ

(VOVWORLD) -ຕອນເຊົ້າວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມສຳນັກງານຕຶກໃໝ່ຂອງກະຊວງການຕ່າງປະເທດ. ພົບປະ, ໂອ້ລົມກັບພະນັກງານ, ລັດຖະກອນກະຊວງການຕ່າງປະເທດຫວຽດນາມ.

ນາຍົກລັດຖະມົນຕີຫງວຽນຊວນຟຸກ: ພະນັກງານການທູດຕ້ອງເປັນທູດວັດທະນະທຳ, ເສດຖະກິດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມສຳນັກງານຕຶກໃໝ່ຂອງກະຊວງການຕ່າງປະເທດ

(ພາບ: TTXVN)

ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ, ພະນັກງານ, ລັດຖະກອນຂອງກະຊວງການຕ່າງປະເທດ ສືບຕໍ່ມານະພະຍາຍາມ, ສູ້ສົນຫຼາຍກວ່າອີກເພື່ອປະກອບສ່ວນສຳຄັນເຂົ້າໃນຜົນງານດ້ານເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດຊາດໃນປີ 2018. ພ້ອມກັນນັ້ນແມ່ນເອົາໃຈໃສ່ຍົກສູງປະສິດທິຜົນການພົວພັນຕ່າງປະເທດຢ່າງມີປະສິດທິຜົນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບເພື່ອພັດທະນາເສດຖະກິດ, ສັງຄົມ, ຍົກສູງກຳລັງຄວາມສາມາດແຫ່ງຊາດ. ຮັກສາແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ; ຢືດໝັ້ນແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີກະຊວງການຕ່າງປະເທດ ຈົ່ງເອົາໃຈໃສ່ເຖິງວຽກງານບຸກຄະລາກອນກວ່າອີກ, ພະນັກງານການທູດຕ້ອງເປັນທູດວັດທະນະທຳ, ເສດຖະກິດ. ອົງການຕ່າງໜ້າການທູດຢູ່ຕ່າງປະເທດຕ້ອງສ້າງໂຄງປະກອບຕາມທິດກະທັດລັດ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ