ນາຍົກລັດຖະມົນຕີຫງວຽນເຕີນຢຸງກົດປຸ່ມເລີ່ມລົງມືກໍ່ສ້າງບັນດາໂຄງການອາຍແກັດຢູ່ແຂວງເກີນເທີ
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ
ກົດປຸ່ມເລີ່ມລົງມືກໍ່ສ້າງບັນດາໂຄງການອາຍແກັດ ຢູ່ແຂວງເກີນເທີ
(ພາບ: TTXVN)
(vovworld) - ວັນທີ 03/04, ຢູ່ເມືອງອານບຽນ, ແຂວງກຽນຢາງ, ກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງບັນດາໂຄງການອາຍແກັດໂລບີ - ໂອມົນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເຂົ້າຮ່ວມ ແລະ ກົດປຸ່ມເລີ່ມລົງມືກໍ່ສ້າງບັນດາໂຄງການນີ້. ນີ້ແມ່ນໂຄງການກໍ່ສ້າງຈຸດສຸມແຫ່ງຊາດ, ເພື່ອແນໃສ່ຂຸດຄົ້ນ ແລະ ເຕົ້າໂຮມແຫ່ຼງອາຍແກັດ ໂລບີ ເພື່ອສະໜອງອາຍແກັດໃຫ້ບັນດາໂຮງງານຜະລິດໄຟຟ້າເຂດ ກຽນຢາງ ແລະ ໂອມົນ, ນະຄອນເກີນເທີ, ເພື່ອແນໃສ່ຕອບສະໜອງຄວາມຕ້ອງການດ້ານພະລັງງານໄຟຟ້າໃນເຂດພາກໃຕ້ ໃນໄລຍະຫຼັງປີ 2020. ຄາດວ່າ, ໂຄງການນີ້ຈະເລີ່ມນຳເຂົ້າໃຊ້ການໃນກາງປີ 2020 ຈະປະກອບສ່ວນຕັ້ງໜ້າເຂົ້າໃນຄວາມຮັບປະກັນດ້ານພະລັງງານແຫ່ງຊາດ, ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາ ແລະ ການເຕີບໂຕດ້ານເສດຖະກິດຂອງບັນດາແຂວງທິດຕາເວັນຕົກພາກໃຕ້ຫວຽດນາມ.