(vovworld) – ວັນທີ 18/6/2014, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ໄດ້ໃຫ້ການຕ້ອນຮັບທ່ານກຳມະການໃນຄະນະ ລັດຖະບານ ຈີນຢາງເຈຍຊື້ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ດຳເນີນການພົບປະລະຫວ່າງປະທານຄະນະກຳມະການຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢືນຢັນບົນພື້ນຖານແນວທາງການຕ່າງປະເທດ ຢ່າງສະເໝີຕົ້ນສະເໝີປາຍຂອງຕົນ, ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳ, ຮູ້ບູນຄູນການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງຂອງ ຈີນ, ຍາມໃດຖືເປັນສຳຄັນການຮັກສາ, ເພີ່ມທະວີ ແລະ ພັດທະນາການພົວພັນຮ່ວມມືຮອບດ້ານທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນພັດທະນາລະຫວ່າງ ຫວຽດນາມ - ຈີນ.
ເລື່ອງ ຈີນຕັ້ງຮ້ານເຈາະນ້ຳມັນ ໄຮຢາງ - 981 ເລິກໃນເຂດນ່ານທະເລຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເນັ້ນໜັກຫຼັກໝັ້ນຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ໄດ້ຊີ້ແຈ້ງໃນການພົບປະຂັ້ນສູງຄັ້ງຕ່າງໆຂອງ 2 ຝ່າຍໃນໄລຍະຜ່ານມາ, ແລະ ໃນການເຈລະຈາເມື່ອຕອນເຊົ້າວັນທີ 18/6, ລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ກັບ ກຳມະການໃນຄະນະ ລັດຖະບານ ຈີນຢາງເຈຍຊື້ . ການເຄື່ອນໄຫວຂອງ ຈີນ ແມ່ນລ່ວງລ້ຳອະທິປະໄຕຂອງ ຫວຽດນາມ, ລະເມີດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ປະເທດ, ລະເມີດກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ນາບຂູ່ສັນຕິພາບ, ຄວາມສະຖຽນລະພາບ, ຄວາມສະຫງົບ, ປອດໄພການເດີນທະເລ, ການບິນໃນພາກພື້ນ, ກໍ່ຄວາມຂາດສະຖຽນລະພາບ ແລະ ສົ່ງຜົນສະທ້ອນທີ່ບໍ່ດີເຖິງນ້ຳໃຈຄວາມຮັກແພງຂອງປະຊາຊົນ ຫວຽດນາມ, ສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງການພົວພັນຮ່ວມມືລະຫວ່າງ 2 ພັກ, 2 ລັດ, ຮຽກຮ້ອງໃຫ້ ຈີນ ຖອນຮ້ານເຈາະນ້ຳມັນ ແລະ ກຳປັ່ນຄຸ້ມກັນອອກຈາກເຂດນ່ານທະເລຂອງ ຫວຽດນາມ, ພ້ອມກັນເຈລະຈາເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນລະຫວ່າງ 2 ປະເທດດ້ວຍມາດຕະການສັນຕິພາບ, ເໝາະສົມກັບກົດໝາຍສາກົນ ແລະ ຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງ 2 ປະເທດ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ກໍ່ສະເໜີໃຫ້ 2 ຝ່າຍຄວນຄວມຄຸມສະພາບການ, ບໍ່ປະໃຫ້ເກີດການປະທະກັນ, ສືບຕໍ່ຮັກສາບັນດາການພົບປະ, ເຈລະຈາເພື່ອແກ້ໄຂການຂັດແຍ້ງ, ຄວາມບໍ່ລົງລອຍກັນໃນປະຈຸບັນ. ຫວຽດນາມ ເດັດດ່ຽວປົກປັກຮັກສາອະທິປະໄຕຂອງຕົນດ້ວຍມາດຕະການສັນຕິພາບເໝາະສົມກັບກົດໝາຍສາກົນ.
(ພາບ: VGP/Nhật Bắc)
ທີ່ການພົບປະ, ທ່ານກຳມະການໃນຄະນະ ລັດຖະບານ ຈີນຢາງເຈຍຊື້ ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຮັບຊາບກ່ຽວກັບໝາກຜົນຂອງການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ. ຢັ້ງຢືນວ່າ: ພັກ, ລັດຖະບານ ແລະ ປະຊາຊົນ ຈີນ ຍາມໃດກໍ່ຖືເປັນສຳຄັນ ແລະ ຈະບໍ່ປ່ຽນທິດນຳມິດຕະພາບໃນການພົວພັນກັບ ຫວຽດນາມ. ສຳລັບບັນຫາການຂັດແຍ້ງຢູ່ທະເລ, ທ່ານ ຢາງເຈຍຊື້ ຊີ້ແຈ້ງຫຼັກໝັ້ນຂອງ ຈີນ, ພ້ອມທັງກໍ່ສະແດງຄວາມເຫັນດີເຫັນພ້ອມຕໍ່ເລື່ອງ 2 ປະເທດຄວນສືບຕໍ່ບັນດາການແລກປ່ຽນຂໍ້ມູນຂ່າວສານ, ພົບປະ 2 ຝ່າຍເພື່ອແກ້ໄຂສະພາບຄວາມເຄັ່ງຕຶງໃນປະຈຸບັນ ແລະ ກໍ່ຊຸກຍູ້ບັນດາຂົງເຂດຮ່ວມມືໃນປະຈຸບັນລະຫວ່າງ 2 ປະເທດ.