ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບປະທານ,ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດDupont

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບປະທານ,ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດDupont - ảnh 1
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບປະທານ,ຜູ້ອຳນວຍການໃຫຍ່
ກຸ່ມບໍລິສັດDupont
(ພາບ: VGP/Nhật Bắc)

(vovworld) – ຕອນ​ບ່າຍ​ວັນ​ທີ 20/5, ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Ellen Kullman, ປະ​ທານ​ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ປະ​ສານ​ງານ​ກຸ່ມ​ບໍ​ລິ​ສັດ Dupont, ປະ​ເທດ ອາ​ເມ​ລິ​ກາ, ຮັບ​ຜິດ​ຊອບ​ກ່ຽວ​ກັບ​ຂົງ​ເຂດ​ກະ​ສິ​ກຳ ແລະ ເຕັກ​ໂນ​ໂລ​ຢີ​ທັນ​ຍາ​ຫານ​ພວມ​ມີ​ກາ​ນ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຊົມ​ເຊີຍ​ໝາກ​ຜົນ​ແຫ່ງ​ການ​ເຮັດ​ວຽກ​ກໍ່​ຄື​ຂໍ້​ຕົກ​ລົງ​ທີ່ບັນ​ລຸ​ໄດ້​ລະ​ຫວ່າງ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ກັບ​ກຸ່ມ​ບໍ​ລິ​ສັດ Dupont ໃນ​ຂົງ​ເຂດ​ຜ​ະ​ລິດ​ກະ​ສິ​ກຳ. ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ສະ​ໜັບ​ສະ​ໜູນ​ບັນ​ດາ​ລາຍ​ການ​ຮ່ວ​ມ​ມື​ຫວ່າງ 2 ຝ່າຍ​ໃນ​ເກືອບ 20 ປີ​ແຫ່ງ​ການ​ເຄ​ື່ອນ​ໄຫວ​ຢູ່ ຫວຽດ​ນາມ ກໍ່​ຄື​ບັນ​ດາ​ລາຍ​ການ ແລະ ໂຄງ​ການ​ເຊິ່ງ Dupont ຜັນ​ຂະ​ຫຍາຍ​ຢູ່ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ສ່ວນ​ທ່ານ​ນາງ Ellen Kullman ຢັ້ງ​ຢືນ​ວ່າ: Dupont ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ກະ​ຊວງ​ກະ​ສິ​ກຳ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ​ກໍ່​ຄື​ບັນ​ດາ​ຄູ່​ຮ່ວມ​ມື ຫວຽດ​ນາມ ໃນ​ຂົງ​ເຂດ​ກະ​ສິ​ກຳ ແລະ ເຕັກ​ໂນ​ໂລ​ຢີ​ທັນ​ຍາ​ຫານ, ກໍ່​ຄື​ການ​ຮ່ວມ​ມື​ລົງ​ທຶນ​ບັນ​ດາ​ໂຄງ​ການ​ກະ​ສິ​ກຳ​ຂະ​ໜາດ​ໃຫຍ່​ຢູ່ ຫວຽດ​ນາມ.

                            


ຂ່າວ/ບົດ​ອື່ນ