ນາຍົກລັດຖະມົນຕີຫງວຽນເຕິນຢຸງຕ້ອນຮັບເຈົ້າແຂວງແຂວງຢູນໜາມປະເທດຈີນ
ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຕ້ອນຮັບ
ທ່ານເຈົ້າແຂວງແຂວງ ຢູນໜາມ, ເຈິ໋ນຮ່າວ
(vovworld) – ຕອນບ່າຍວັນທີ 11/5, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ໄດ້ໃຫ້ການຕ້ອນຮັບທ່ານເຈົ້າແຂວງແຂວງ ຢູນໜາມ, ປະທດ ຈີນ ເຈິ໋ນຮ່າວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ຢືນຢັນວ່າ: ຍາມໃດພັກ, ລັດ ແລະ ປະຊາຊົນ ຫວຽດນາມ ກໍຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ ແລະ ປາດຖະໜາຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນພ້ອມກັບ ຈີນ ສືບຕໍ່ນຳການພົວພັນ 2 ປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງ ແລະ ເພື່ອການພັດທະນາລວມຂອງທັງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຖືວ່າ: ເພື່ອເພີ່ມທະວີການພົວພັນຮ່ວມມື ລະຫວ່າງ 2 ປະເທດ ກໍຄືລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ກັບ ແຂວງ ຢູນໜາມ, ການນຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມຄວນພົບປະ, ແລກປ່ຽນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເປັນປະຈຳ ກໍຄືບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ສະເໜີ ຫວຽດນາມ-ຈີນ ເວົ້າລວມ ແລະ ບັນດາທ້ອງຖິ່ນ 2 ປະເທດ, ໃນນັ້ນມີແຂວງ ລາວກາຍ ແລະ ແຂວງ ຢູນໜາມ ເວົ້າສະເພາະ ສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ. ເພື່ອສ້າງເງື່ອນໄຂໃຫ້ວິວັດການພົບປະແລກປ່ຽນ, ການຮ່ວມມືລະຫວ່າງເສັ້ນຊາຍແດນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ສະເໜີ 2 ຝ່າຍຄວນຮ່ວມມືຢ່າງຈິງໃຈ, ເຈດຕະນາດີ ເພື່ອຮັກສາຄວາມສະຫງົບປອດໄພເສັ້ນຊາຍແດນ, ພ້ອມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ ລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ສະແດງໃຫ້ເຫັນການສະໜັບສະໜູນຂໍ້ສະເໜີຂອງແຂວງ ຢູນໜາມ ກ່ຽວກັບເລື່ອງເປີດສາຍການບິນເຖິງ ຫວຽດນາມ ແລະ ສະໜັບ
ສະໜູນແຂວງ ຢູນໜາມ ແລະ ແຂວງ ລາວກາຍ ກໍ່ສ້າງເຂດຮ່ວມມືເສດຖະກິດຂ້າມເສັ້ນຊາຍແດນ.