ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງຕ້ອນຮັບເອກອັກຄະລັດຖະທູດ ເຢຍລະມັນ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ເຢຍລະມັນປະຈຳຫວຽດນາມ Jutta Frasch ເຂົ້າຢ້ຽມອຳລາ |
(vovworld)- ຕອນບ່າຍວັນທີ 3/8, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ເຢຍລະມັນປະຈຳຫວຽດນາມ Jutta Frasch ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບເຢັຍລະມັນສືບຕໍ່ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດຢ່າງເລິກເຊິ່ງກ້ວາງຂວາງໃນຂົງເຂດຕ່າງໆ.
ສ່ວນທ່ານນາງເອກອັກຄະລັດຖະທູດ ເຢຍລະມັນປະຈຳຫວຽດນາມ Jutta Frasch ໃຫ້ຮູ້ວ່າ ເຢັຍລະມັນຍາມໃດກໍຖືເປັນສຳຄັນການພັດທະນາການພົວພັນກັບຫວຽດນາມ ກໍຄືຍາມໃດກໍສະໜັບສະໜູນຫວຽດນາມເພີ່ມທະວີ ແລະ ຊຸກຍູ້ການພົວພັນກັບບັນດາປະເທດ EU.