ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບເອກອັກຄະລັດຖະທູດPeru

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບເອກອັກຄະລັດຖະທູດPeru - ảnh 1
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບເອກອັກຄະລັດ
ຖະທູດPeru
(ພາບ: VGP/Nhật Bắc)

(vovworld) – ​ ທີ່​ການ​ຕ້ອ​ນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ Peru Carlos Berninzon ໃນ​ຕອ​ນ​ບ່າຍ​ວັນ​ທີ 13/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເນັ້ນ​ໜັ​ກວ່າ: ຫວຽດ​ນາມ - Peru ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ ແລະ ພວມ​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຕັ້ງ​ໜ້າ​ໃນຫຼາຍ​ຂົງ​ເຂດ​ຮ່ວມ​ມື, ພິ​ເສດ​ແມ່ນ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ. ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ມີ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ເຂົ້າ Peru ໃນ​ຂົງ​ເຂດ​ໂທ​ລະ​ຄົມ, ນ້ຳ​ມ​ັນ​ອາຍ​ແກັ​ດ ແລະ ວົງ​ເງິນ​ການ​ຄ້າ 2 ສົ້ນ​ປີ 2014 ບັນ​ລຸ​ປະ​ມານ 300 ລ້ານ USD. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​​ເຕ​ີນ​ຢູ້ງ ຢ​ືນ​ຢັນ​ວ່າ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ ແລະ ປາດ​ຖະ​ໜາ​ພ້ອມ​ກັບ​ Peru ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ​ໃນ​​ຂົງ​ເຂດຕ່າງໆ, ນຳ​ການ​ພົວ​ພັນລະ​ຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ. ບົນ​ຈິດ​ໃຈ​ນັ້ນ, ທ​່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້ 2 ຝ່າຍ​ຕັ້ງ​ໜ້າ​ຊຸກ​ຍູ້​ເພື່ອ​ເຊັນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງລັດ​ຖະ​ບານ​ໂດຍ​ໄວ, ພ້ອມ​ທັງ​ກໍ່​ສ້າງ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ສັນ​ຍາ, ຂໍ້​ຕົກ​ລົ​ງ​ເພື່ອ​ແນ​ໃສ່​ສ້າງກອບ​ກົດ​ໝາຍ​ໃຫ້​ແກ່​ການ​ຮ່ວມ​ມື 2 ຝ່າຍ. ສະ​ເໜີ​ໃຫ້ Peru ຮັບ​ຮູ້ ຫວຽດ​ນາມ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດໂດຍ​ໄວ ແລະ 2 ຝ່າຍ​ຄວນ​ສົມ​ທົບ​ກັນ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ເຈ​ລະ​ຈາ​ສັນ​ຍາ​ຂ້າມ ປາ​ຊີ​ຟິກ (TPP). ຊົມ​ເຊີຍ Peru ເປັນ​ຄັ້ງ​ທຳ​ອິດ​ເປີດ​ສະ​ຖານ​ທູດ ປະ​ຈຳ ຫວຽດ​ນາມ ພາຍຫຼັງ 21 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໃຫ້​ຮ​ູ້​ວ່າ: ຫວຽດ​ນາມ ຈະ​ພິ​ຈາ​ລະ​ນາ​ເລື່ອງ​ເປີດ​ສະ​ຖານ​ທູດ​ປະ​ຈຳ Peru ໂດຍ​ໄວ.

 


ຂ່າວ/ບົດ​ອື່ນ