ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບປະກັບວິສາຫະກິດຢູ່ກາຊັກສຖານ
(ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ
ພົບປະກັບວິສາຫະກິດຢູ່ກາຊັກສຖານ)
(vovworld) - ຕອນຄໍ່າວັນທີ 30/05, ຕາມເວລາຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ Astana, ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ກາຊັກສຖານ ແລະ ເດີນທາງໄປ ອານເຊຣີ, ເລີ່ມຕົ້ນການຢ້ຽມຢາມປະເທດນີ້ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ Abdelmalek Sellal.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 30/05, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ມີການພົບປະກັບປະຊາຄົມວິສາຫະກິດຫວຽດນາມ ພວມດຳເນີນທຸລະກິດພາຍໃນປະເທດ ແລະ ຢູ່ບັນດາປະເທດສະມາຊິກສະຫະພັນເສດຖະກິດອາຊີ-ເອີລົບ, ເນື່ອງໃນໂອກາດ ຫວຽດນາມ ແລະ ບັນດາປະເທດໃນສະຫະພັນເສດຖະກິດອາຊີ-ເອີລົບ ລົງນາມໃນສັນຍາການຄ້າເສລີ (FTA). ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, FTA ແມ່ນບ້າດກ້າວສຳຄັນ, ນຳການພົວພັນທີ່ເປັນມູນເຊື້ອ, ມິດຕະພາບອັນດີງາມ ແລະ ນູນຊ່ວຍເຊິ່ງກັນ ແລະ ກັນ ພ້ອມກັນພັດທະນາ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ.
“ຕະຫຼາດ EU ມີຄວາມຕ້ອງການສູງ, ມາດຕະຖານກ່ຽວກັບຫຼັກອະນາໄມດ້ານສະບຽງອາຫານ ແມ່ນຮົ້ວກີດຂວາງດ້ານເຕັກນິກເພື່ອຮັບປະກັນຫຼັກອະນາໄມດ້ານສະບຽງອາຫານ. ສະນັ້ນ, ເມື່ອເຫັນໄດ້ຄວາມສະດວກ ພວກເຮົາກໍ່ຕ້ອງເຫັນໄດ້ຄວາມຫຍຸ້ງຍາກ ແລະ ພວມເຮົາຈະພ້ອມກັນເສີມຂະຫຍາຍຂໍ້ສະດວກ, ແກ້ໄຂບັນດາສິ່ງຈຳກັດ, ອ່ອນດ້ວຍ, ຄວາມຫຍຸ້ງຍາກຂອງຕົນ ເພື່ອຊຸກຍູ້ການຜະລິດຢູ່ພາຍໃນປະເທດ, ຍູ້ແຮງການສົ່ງອອກ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດ”.