ນາຍົກລັດຖະມົນຕີຫງວຽນເຕີນຢຸງເຂົ້າຮ່ວມກອງປະຊຸມສຸດຍອດຢູ່ມຽນມາ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 22/06, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ໄປມຽນມາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຮ່ວມມືກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 7 ແລະ ກອງປະຊຸມສຸດຍອດຍຸດທະສາດຮ່ວມມືດ້ານເສດຖະກິດ ອາຢາວາດີ – ເຈົ້າພະຍາ – ແມ່ຂອງ ຄັ້ງທີ 6. ການເດີນທາງຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ດຳເນີນໄປໃນລະຫວ່າງວັນທີ 22 – 23/06, ຕາມຄຳເຊີນຂອງທ່ານປະທານນາທິບໍດີມຽນມາ Thein Sein.
ທີ່ກອງປະຊຸມສຸດຍອດຮ່ວມມືກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 7, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ພ້ອມກັບການນຳກວດກາຄືນວິວັດການຜັນຂະຫຍາຍ 10 ກົນໄກຮ່ວມມື ແມ່ຂອງ ຕິດພັນກັບວິວັດການຮ່ວມມື 2 ຝ່າຍລະຫວ່າງບັນດາປະເທດ ແລະ ຊຸກຍູ້ການພັດທະນາຂອງທັງອະນຸພາກພື້ນແມ່ນ້ຳຂອງ. ທ່ານນາຍົກລັດຖະມົນຕີຂອງບັນດາປະເທດໄດ້ຕີລາຄາ, ສ້າງກົນໄກຮ່ວມມືກັບບັນດາຄູ່ຮ່ວມມືໃຫ້ສຳເລັດຄື: ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ…ເພື່ອແນໃສ່ບັນລຸປະສິດທິຜົນສູງກວ່າໃນກົນໄກຮ່ວມມືນີ້ ສຳລັບວິວັດການສ້າງຕັ້ງ ແລະ ເສີມຂະຫຍາຍປະສິດທິຜົນຂອງປະຊາຄົມເສດຖະກິດອາຊຽນ.
ທີ່ກອງປະຊຸມສຸດຍອດຍຸດທະສາດຮ່ວມມືດ້ານເສດຖະກິດ ອາຢາວາດີ – ເຂົ້າພະຍາ – ແມ່ຂອງ ຄັ້ງທີ 6, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ພ້ອມກັບບັນດາການນຳກຳປູເຈຍ, ລາວ, ມຽນມາ ແລະ ໄທ ຕີລາຄາໝາກຜົນການປະຕິບັດໂຄງການເຄື່ອນໄຫວຂອງຍຸດທະສາດຮ່ວມມືເສດຖະກິດ ອາຢາວາດີ – ເຂົ້າພະຍາ – ແມ່ຂອງ (ACMECS) ໄລຍະ 2013 – 2015 ໃນບັນດາຂົງເຂດຮ່ວມມືລະອຽດຄື: ອຸດສາຫະກຳ - ພະລັງງານ, ການທ່ອງທ່ຽວ, ການຄ້າ - ການລົງທຶນ, ກະສິກຳ…
ເລື່ອງຫວຽດນາມເຂົ້າຮ່ວມ 2 ກອງປະຊຸມດັ່ງກ່າວ ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຫວຽດນາມ ໃນການປະຕິບັດບັນດາກົນການຮ່ວມມືສຳຄັນນີ້.