ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງເຂົ້າຮ່ວມພິທີເປີດໂຄງການກໍ່ສ້າງສາຍທາງ ເຊື່ອມຕໍ່ນະຄອນເກີນເທີກັບແຂວງກ່ຽນຢາງ


ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງເຂົ້າຮ່ວມພິທີເປີດໂຄງການກໍ່ສ້າງສາຍທາງ ເຊື່ອມຕໍ່ນະຄອນເກີນເທີກັບແຂວງກ່ຽນຢາງ - ảnh 1
ພິ​ທີເປີດ​ໂຄງ​ການກໍ່​ສ້າງ​ສາຍ​ທາງ ໂລ້​ແຕ - ແຣກ​ຊ່ອຍ ເຊື່ອມ​ຕໍ່​ນະ​ຄອນ​ເກີນ​ເທີ​ກັບ​ແຂ​ວງ​ກ່ຽນ​ຢາງ.

(vovworld)-  ວັນ​ທີ 17/1, ຢູ່​ເມືອງ​ເຈົາ​ແທ່ງ, ແຂວງ​ກ່ຽນ​ຢາງ, ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໄດ້​ດຳ​ເນີນ​ພິ​ທີເປີດ​ໂຄງ​ການກໍ່​ສ້າງ​ສາຍ​ທາງ ໂລ້​ແຕ - ແຣກ​ຊ່ອຍ ເຊື່ອມ​ຕໍ່​ນະ​ຄອນ​ເກີນ​ເທີ​ກັບ​ແຂ​ວງ​ກ່ຽນ​ຢາງ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ ແລະ ຊີ້​ແຈ້ງວ່າ ນີ້​ແມ່ນ​ເສັ້ນ​ທາງນອນໃນເສັ້ນ​ທາງ​ໂຮ່​ຈິ​ມິນ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ເນັ້ນ​ໜັກ​ວ່າ : 

“ ເສັ້ນ​ທາງນີ້ ເຖິງວ່າ​ມີ​ຄວາມ​ຍາວ​ປະ​ມານ 51 ກິ​ໂລ​ແມັດ​ກໍ​ຕາມ, ແຕ່​ກໍ​ແມ່ນ​ຄວາມ​ໄຝ່​ຝັນ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ພວກ​ເຮົາ. ເມື່ອ​ເສັ້ນ​ທາງ ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ທີ່​ສຸດ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ວັດ​ທະ​ນະ​ທຳ-ສັງ​ຄົມ ແລະ ການ​ປ້ອງ​ກັ​ນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ແກ່​ແຂວງ​ກ່ຽນ​ຢາງ, ສາ​ມາດຫຼຸດ​ຜ່ອນ​ເວ​ລາ​ເດີນ​ທາງ​ຈາກ​ແຣກ​ຢ້າ​ຫາ​ນະ​ຄອນ​ໂຮ່​ຈິ​ມິນ ແລະ ເປີດ​ກ້​ວາງ​ການ​ພົວ​ພັນ​ຂົນ​ສົ່ງ​ໄປ​ຍັງ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ”

ຂ່າວ/ບົດ​ອື່ນ