ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີໄດ້ໄປຢ້ຽມຢາມ
ແລະ ເຮັດວຽກກັບບໍລິສັດເຕີນກາງໄຊງອນ
(ພາບ: ບີິກຮົ່ງ)
(vovworld) - ຕອນບ່າຍວັນທີ 19/12, ທີ່ ນະຄອນ ໂຮ່ຈີ໋ມີນ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບໍລິສັດໃຫຍ່ເຕີນກາງໄຊງອນ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີຫວຽດນາມ ຊີ້ນຳບໍລິສັດໃຫຍ່ສູ້ຊົນໃຫ້ກາຍເປັນກຸ່ມບໍລິສັດເສດຖະກິດແຖວໜ້າໃນຂົງເຂດບໍລິການ logistic, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ. ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຮຽກຮ້ອງບໍລິສັດໃຫຍ່ສຸມໃສ່ປ່ຽນໃໝ່ຮູບແບບຄຸ້ມຄອງເພື່ອຮັບປະກັນປະຕິບັດທັງສອງໜ້າທີ່ປ້ອງກັນຊາດ ແລະ ເສດຖະກິດ.
ບໍລິສັດໃຫຍ່ເຕີນກາງໄຊງອນ ແມ່ນ ວິສາຫະກິດການປ້ອງກັນຊາດ - ເສດຖະກິດ ສັງກັດກອງທັບເຮືອ, ກະຊວງປ້ອງກັນປະເທດ, ເຄື່ອນໄຫວຕາມຮູບແບບບໍລິສັດຈຳກັດຜູ້ດຽວດ້ວຍທຶນຈົດທະບຽນຂອງລັດ 100% ແລະ ໄດ້ຈັດອັນດັບ ເປັນບໍລິສັດໃຫຍ່ພິເສດ ໃນປີ 2010.