ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນຫາຍຟ່ອງ
(VOVWORLD) - ຕອນເຊົ້າວັນທີ 21 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫາຍຟ່ອງ ທີ່ເມືອງ ໂງກວຽນ, ເຊິ່ງໄດ້ລາຍງານກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14.
ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນຫາຍຟ່ອງ (ພາບ: VOV) |
ທີ່ການພົບປະ, ທ່ານນາຍົກລັດຖະມົນຫວຽດນາມ ຫງວຽນຊວັນຟຸກ ໄດ້ຍົກໃຫ້ເຫັນບັນດາຜົນສຳເລັດທີ່ສຳຄັນຂອງກອງປະຊຸມສະພາແຫ່ງຊາດທີ່ຜ່ານມາ. ກອງປະຊຸມໄດ້ດຳເນີນໃນທ່າມກາງບັນຍາກາດແຫ່ງການປ່ຽນແປງໃໝ່, ມີປະຊາທິປະໄຕ ເຖິງວ່າ ເຄິ່ງໜຶ່ງຂອງສະໄໝປະຊຸມຖືກດຳເນີນພາຍໃຕ້ຮູບການອອນລາຍກໍຕາມ ແຕ່ໄດ້ປຶກສາຫາລືຢ່າງຟົດຟື້ນທີ່ສຸດ. ມີມະຕິສຳຄັນຫຼາຍສະບັບໄດ້ຮັບການຮັບຮອງເອົາ ເຊິ່ງໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ເປັນເອກະພາບກັນ ຂອງບັນດາອົງການນິຕິບັນຍັດ, ບໍລີຫານ ແລະ ຕຸລາການ ໂດຍພາຍໃຕ້ການນຳພາຂອງພັກ; ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງລັດຖະບານ ແລະ ປະຊາຊົນໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນ.
ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ຊາວນະຄອນ ຫາຍຟ່ອງ ຈົ່ງເສີມຂະຫຍາຍມູນເຊື້ອອົງອາດກ້າຫານຂອງນະຄອນຫາຍຟ່ອງ ເພື່ອນຳນະຄອນພັດທະນາຢ່າງແຂງແຮງກວ່າອີກ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.