ນາຍົກລັດຖະມົນຕີອີຕາລີຖະແຫຼງລາອອກຈາກຕຳແໜ່ງ

(VOVWORLD) -ວັນທີ 20 ສິງຫາ, ທ່ານປະທານາທິບໍດີອີຕາລີ Sergio Matterella ໄດ້ຮັບໃບຄຳຮ້ອງຂໍລາອອກຈາກຕຳແໜ່ງຂອງທ່ານນາຍົກລັດຖະມົນຕີ Guiseppe Conte ທີ່ຍື່ນສະເໜີໃນວັນດຽວກັນ.

ນາຍົກລັດຖະມົນຕີອີຕາລີຖະແຫຼງລາອອກຈາກຕຳແໜ່ງ - ảnh 1 ທ່ານນາຍົກລັດຖະມົນຕີ Guiseppe Conte

(ພາບ: CNN)

ລັດຖະບານອີຕາລີ ຈະດຳເນີນການທາບທາມຄວາມເຫັນຂອງບັນດາພັກການເມືອງຢູ່ສະພາແຫ່ງຊາດອີຕາລີ ໃນວັນທີ 21 ສິງຫາ ເພື່ອຊອກຫາມາດຕະການແກ້ໄຂໃຫ້ແກ່ວິກິດການລັດຖະບານຄືໃນປະຈຸບັນ. ຄາດວ່າ, ການທາບທາມຈະແກ່ຍາວເປັນເວລາ 2 ວັນ ແລະ ການນຳບັນດາພັກການເມືອງໃຫຍ່ຂອງອີຕາລີ ຈະພົບປະກັບທ່ານປະທານາທິບໍດີໃນວັນທີ 22 ສິງຫາ.

        ໃນການພົບປະກັບທ່ານນາຍົກລັດຖະມົນຕີ Guiseppe Conte, ທ່ານປະທານາທິບໍດີ Sergio Matterella ໄດ້ຮຽກຮ້ອງໃຫ້ທ່ານສືບຕໍ່ປະຕິບັດບັນດາວຽກງານໃນປະຈຸບັນຂອງລັດຖະບານ.

        ຕາມວົງການນັກໄຈ້ແຍກແລ້ວ, ທ່ານປະທານາທິບໍດີອີຕາລີ ອາດຈະສະເໜີສ້າງຕັ້ງຄະນະລັດຖະບານຊົ່ວຄາວໃນຮອບເວລາ 2 – 3 ເດືອນຈະມາເຖິງ, ຖ້າຫາກບັນດາພັກຝ່າຍການເມືອງເຫັນດີ.

ຕອບກັບ

ຂ່າວ/ບົດ​ອື່ນ