ນາຍົກລັດຖະມົນຕີອະນຸມັດຜ່ານແຜນກຳນົດພັດທະນາຂະແໜງອຸດສາຫະກຳລົດຫວຽດນາມ
ພາບປະກອບ
(vovworld) – ຕາມແຜນກຳນົດແລ້ວ, ຄາດວ່າຮອດປີ 2020, ປະລິມານລົດໂອໂຕບັນລຸກ່ວາ 227.000 ຄັນ ແລະ ຮອດປີ 2030 ແມ່ນເກືອບ 863.000 ຄັນ.
ກ່ຽວກັບການສົ່ງອອກລົດໂອໂຕ ແລະ ເຄື່ອງອາໄຫຼ່ຂອງຫວຽດນາມ, ຄາດວ່າຮອດປີ 2020 ຈະສົ່ງອອກ 20.000 ຄັນ ແລະ ຮອດປີ 2030 ແມ່ນ 30.000 ຄັນ, ການສົ່ງອອກເຄື່ອງອາໄຫຼ່ຮອດປີ 2020 ຈະບັນລຸ 4 ຕື້ USD, ຮອດປີ 2030 ແມ່ນ 6 ຕື້ USD.
ກ່ຽວກັບອຸດສາຫະກຳສຳຮອງ, ໃນໄລຍະຮອດປີ 2020, ແມ່ນສ້າງຂະແໜງອຸດສາຫະກຳສຳຮອງໃຫ້ແກ່ການຜະລິດລົດໂອໂຕພື້ນຖານ. ສູ້ຊົນຕອບສະໜອງໃຫ້ໄດ້ 30 – 40% (ກ່ຽວກັບມູນຄ່າ) ຄວາມຕ້ອງການດ້ານອາໄຫຼ່, ເພື່ອຜະລິດ, ປະກອບລົດໂອໂຕພາຍໃນປະເທດ, ເຂົ້າຮ່ວມລະບົບສະໜອງເຄື່ອງອາໄຫຼ່ຂອງອຸດສາຫະກຳລົດໂອໂຕທົ່ວໂລກ. ຮອດໄລຍະ 2026 – 2030 ຮັບປະກັນຕອບສະໜອງໄດ້ກ່ວາ 50% (ກ່ຽວກັບມູນຄ່າ) ຄວາມຕ້ອງການເຄື່ອງອາໄຫຼ່ຮັບໃຊ້ການຜະລິດ, ປະກອບລົດໂອໂຕພາຍໃນປະເທດ, ສູ້ຊົນເພື່ອກາຍເປັນບ່ອນສະໜອງອາໄຫຼ່ບາງປະເພດໃຫ້ສຳຄັນໃຫ້ແກ່ຂະແໜງອຸດສາຫະກຳລົດໂອໂຕໃນພາກພື້ນ ແລະ ໂລກ.