ສາລາປະລິຍາເອກຢູ່ ວັນມຽວ ກວັກຕືຢາມ
ພາບ:http://vietnamnet.vn
|
(vovworld)- ວັດຖຸພັນອັນລ້ຳຄ່າຂອງຊາດ 12 ຢ່າງ ລວມມີ: ບັນດາວັດຖຸພັນໃນສະໄຫມປະຖົມບູຮານຄື: ຄ້ອງບ້າງ(ວັດທະນະທຳ ດົງເຊີນ), ລະຄັງ ແທງມາຍ(ປີ 789), ສາລາປະລິຍາເອກ ວັນມຽວ ກວກຕືຢາມ, ຮ່າໂນ້ຍ (ປີ 1484-1780), ສາລາ “Khôn Nguyên Chí Đức Chi Bi(ຄົນງວຽນຈີດຶກຈີບີ) ໃນສັດຕະວັດທີ 15, ສາລາ ຖູຍມົນດີງ ປີ 1670, ພະພຸດທະຮູບເຈົ້າແມ່ກວນອິນພັນມືພັນຕາ ຢູ່ ວັດ ດາວຊວຽນ ໃນສັດຕະວັດທີ 16, ພະພຸດທະຮູບປີດາຕາມຕົນ ຢູ່ວັດໄຖ່ ຕົ້ນສັດຕະວັດທີ 17, ພະພູດທະຮູບ ໃນສະໄຫມໄຕເຊີນ ຢູ່ ວັດ ໄຕເຟືອງ ໃນທ້າຍສັດຕະວັດທີ 18, Ekamukhlinga/Linga ມີຫົວເທວະດາ Siva ໃນຕົ້ນສັດຕະວັດທີ 8. ຂັ້ນໄດ ໃນຕົ້ນສັດຕະວັດທີ 12. ໝວດວັດຖຸພັນສະໄຫມປະຈຸບັນ ລວມມີ: ເຮືອບິນ Mic 21 ໝາຍເລກ 4324(ຊື່ງແມ່ນວັດຖຸພັນໃນໄລຍະຕໍ່ຕ້ານຕ້ານຈັກກະພັດອາເມລິກາກູ້ຊາດ), ແຜນທີ່ຕັດສິນໃຈໃນບັ້ນຮົບໂຮ່ຈິມີນ (ຊື່ງແມ່ນວັດຖຸພັນໃນບັ້ນຮົບໂຮ່ຈິມີນຄັ້ງປະຫວັດສາດ). ທ່ານນາຍົກລັດຖະມົນຕີ ສະເຫນີລັດຖະມົນຕີວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ບັນດາທ້ອງຖິ່ນ, ຫົວຫນ່ວຍຢູ່ສະຖານທີ່ມີວັດຖຸພັນອັນລ້ຳຄ່າດັ່ງກ່າວ ປະຕິບັດການຄຸ້ມຄອງ ວັດຖຸພັນອັນລ້ຳ ຄ່າຕາມການກຳນົດຂອງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ.