ພາບປະກອບ
(vovworld) – ກ່າວຄຳເຫັນຕໍ່ນັກຂ່າວຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໃນວັນທີ 1/7, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ຖືວ່າ: ທ່ານຈະບໍ່ອະນຸຍາດໃຫ້ການເຕົ້າໂຮມຂອງບັນດານັກການເມືອງເພື່ອປຶກສາຫາລືກ່ຽວກັບຄຳສັ່ງອະໄພຍະໂທດໃຫ້ບັນດານັກການເມືອງ ແລະ ຜູ້ນຳການແຫ່ຂະບວນປະທ້ວງພວມມີບັນຫາດ້ານກົດໝາຍ. ປະຈຸບັນ, ອຳນາດການປົກຄອງການທະຫານຂອງ ໄທ ພວມຈັດວາງຄຳສັ່ງເກືອດຫ້າມການເຕົ້າໂຮມນັກການເມືອງແຕ່ 5 ຄົນຂຶ້ນໄປ. ທ່ານ ປາຣາຢຸດ ເວົ້າວ່າ: “ເຂົາເຈົ້າສາມາດເຮັດທຸກສິ່ງທຸກຢ່າງທີ່ເຂົ້າເຈົ້າຫວັງຢາກປະຕິບັດ ເວັ້ນເສຍແຕ່ສິ່ງດັ່ງກ່າວບໍ່ໄປຝືນກັບກົດໝາຍ”. ກ່ຽວກັບຄວາມສາມາດປະກາດຄຳສັ່ງອະໄພຍະໂທດ, ທ່ານນາຍົກລັດຖະມົນຕີ ປາຣາຢຸດ ເວົ້າວ່າ: ບັນດາບຸກຄົນມີການກະທຳລະເມີດກົດໝາຍຈະຖືກຕັດສິນລົງໂທດຢ່າງເຄັ່ງຄັດ ແລະ ບໍ່ສາມາດອະໄພຍະໂທດໃຫ້ເຂົາເຈົ້າເພື່ອແລກເອົາການສົ່ງຜົນສະທ້ອນຕໍ່ສັນຕິພາບຂອງປະເທດຊາດໄດ້.