ນາຍົກລັດຖະມົນຕີໄທຢັ້ງຢືນກອງທັບຈະບໍ່ດຳເນີນການລັດຖະປະຫານ
ຜູ້ແຫ່ຂະບວນປະທ້ວງປະທະກັນກັບຕຳຫຼວດຕ້ານການຈາລະໂຈນບັງກອກ
(ພາບ: baobariavungtau.com)
(vovworld) – ວັນທີ 7/1, ທ່ານນາງນາຍົກລັດຖະມົນຕີຊົ່ວຄາວ ໄທ ຍິ່ງລັກ ຊິນນະວັດ ຢັ້ງຢືນວ່າ: ກອງທັບຈະບໍ່ດຳເນີນການລັດຖະປະຫານເພື່ອຢຸດຕິວິກິດການການເມືອງໃນປະຈຸບັນຢູ່ປະເທດນີ້. ທ່ານນາງ ຍິ່ງລັກ ຊິນນະວັດ ຖືວ່າ: ບັນດາຜູ້ບັນຊາການກຳລັງປະກອບອາວຸດໄດ້ຖອດຖອນບົດຮຽນຈາກອະດິດຕະການ ແລະ ເຂົາເຈົ້າຈະຄິດໄລ່ເຖິງບັນດາຜົນຢ້ອນຫຼັງອັນຍາວນານຂອງການລັດຖະປະຫານ. ທ່ານນາງເນັ້ນໜັກວ່າ: ມາດຕະການດີທີ່ສຸດແມ່ນຜ່ານການເຈລະຈາ.
ກ່ອນໜ້ານັ້ນ, ວັນທີ 6/1, ຜູ້ບັນຊາການທະຫານບົກ ປຣະຢຸດ ຈັນໂອຈາ ຢັ້ງຢືນວ່າຈະບໍ່ໃຫ້ເກີດການໃຊ້ຄວາມຮຸນແຮງໃນບັ້ນຮົບ “ຢືດຄອງນະຄອນຫຼວງ” ເຊິ່ງຝ່າຍຄ້ານສ້າງແຜນການໃນວັນທີ 13/1 ຈະມາເຖິງ. ທ່ານໃຫ້ຮູ້ວ່າ: ລັດຖະບານຈະຮັບຜິດຊອບຖ້າຫາກການໃຊ້ຄວາມຮຸນແຮງເກີດຂຶ້ນ. ສ່ວນທ່ານນາງ ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດ ເນັ້ນໜັກວ່າ: ລັດຖະບານພະຍາຍາມສະກັດກັ້ນການປະທະກັນໃນບັ້ນຮົບຂອງຝ່າຍຄ້ານ ແລະ ບໍ່ອະນຸຍາດໃຫ້ນຳອາວຸດເຂົ້າເຂດດຳເນີນການແຫ່ຂະບວນປະທ້ວງໃນວັນນີ້.