ນາຍົກລັດຖະມົນຕີ ກຳປູເຈຍ ແລະ ພັນລະຍາ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີກຳປູເຈຍ
Samdech Techo Hun Sen ສິ້ນສຸດການຢ້ຽມຢາມຫວຽດນາມ
(ພາບ: TTXVN)
(vovworld) - ວັນທີ 28/12, ທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ Samdech Techo Hun Sen ແລະ ພັນລະຍາ ໄດ້ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ (ແຕ່ວັນທີ 26 – 28/12) ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ.
ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານນາຍົກລັດຖະມົນຕີ Hun Sen ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ; ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ; ເຂົ້າຢ້ຽມຂໍ່ານັບຕາມພິທີການທູດທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານປະທານປະເທດ ເຈືອງເຕີນຊາງ.
ທີ່ບັນດາການພົບປະ, 2 ຝ່າຍໄດ້ຕົກລົງສືບຕໍ່ຮັກສາການແລກປ່ຽນການຢ້ຽມຢາມ, ພົບປະລະຫວ່າງການນຳຂັ້ນສູງ 2 ປະເທດ ກໍ່ຄືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນລະຫວ່າງ 2 ປະເທດ; ສືບຕໍ່ສົມທົບກັນສ້າງເງື່ອນໄຂສະດວກໃຫ້ກັນ ເສີມຂະຫຍາຍທ່າແຮງທີ່ມີຢູ່ແລ້ວຂອງແຕ່ລະປະເທດ, ເຮັດໃຫ້ການພົວພັນຮ່ວມມືໃນທຸກຂົງເຂດເລິກເຊິ່ງກວ່າອີກ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນຂຶ້ນເຖິງ 5 ຕື້ USD ໃນປີ 2015. 2 ຝ່າຍເຫັນດີສົ່ງເສີມ, ໜູນຊ່ວຍ ແລະ ຮັບປະກັບບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງວິສາຫະກິດຫວຽດນາມ ຢູ່ກຳປູເຈຍ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Hun Sen ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືໃນຫຼາຍຂົງເຂດ 10 ສະບັບ. ນອກນັ້ນ ທ່ານນາຍົກລັດຖະມົນຕີ Hun Sen ກໍ່ໄດ້ພົບປະ ແລະ ໂອ້ລົມກັບອະດີດນັກຊ່ຽວຊານ, ອະດີດທະຫານອາສາສະໝັກຫວຽດນາມ ທີ່ໄດ້ຮຽງບ່າຮຽງໄຫຼ່ຕໍ່ສູ້ພ້ອມກັບປະຊາຊົນກຳປູເຈຍ; ບັນດານັກລົງທຶນຫວຽດນາມ ຢູ່ກຳປູເຈຍ ແລະ ຢ້ຽມຢາມນະຄອນດ່ານັ້ງ.