ນາຍົກລັດຖະມົນຕີ ຍີ່ປຸ່ນ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ຍີ່ປຸ່ນ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ເມື່ອເດືອນ 11/2006
(ພາບ: nguyentandung.org)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ແລະ ພັນ​ລະ​ຍາ, ວັນ​ທີ 16/1, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ແລະ ພັນ​ລະ​ຍາ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດ ຄັ້ງ​ທຳ​ອິດ​ຂອງ​ທ່ານ Shinzo Abe ພາ​ຍຫຼັງ​ທີ່​ໄດ້​ຮັບ​ການ​ເລື​ອກຕັ້ງ​ເປັນ​ນາຍົກລັດຖະມົນຕີ ຍີ່ປຸ່ນ ​ແລະ ​ນີ້​ກໍ່ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ທີ 2 ​ໃນ​ຖານະ​ເປັນ​ນາຍົກລັດຖະມົນຕີ ຂອງ​ທ່ານ Shinzo Abe ພາຍຫຼັງ​ການ​ຢ້ຽມຢາມ​​ເມື່ອເດືອ​ນ 11/2006 ​ໃນ​ອາຍ​ຸການ​ກ່ອນ. ການ​ຢ້ຽມຢາມ​ຫວຽດນາມ ຄັ້ງນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ເພື່ອ​ແນ​ໃສ່​​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຍີ່ປຸ່ນ ​ເລິກ​ເຊິ່ງກ່ວາ​ອີກ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ການ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດ​ຖະກິດ, ການ​ຄ້າ, ການ​ລົງທຶນ​..​..​ ​ແລະກໍ່​ເນື່ອງ​ໃນ​​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢູງ ​ແລະ ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ໄດ້​ປະກາດ​ໄຂ​ປີ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ 2013 ​​ເພື່ອ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ.

​        ​ເນື່ອງ​​ໃນ​ໂອກາດ​ນີ້, ​ພາຍຫຼັງ​ພາກ​ຂ່າວນັກ​ຂ່າວ​ວິທະຍຸ​ກະ​ຈາຍ​ສຽງ​ຫວຽດນາມ ​ແນະນຳ​ບົດ​ຂຽນ​ພາດ​ຫົວ​ຂໍ້​ວ່າ: “ສ້າງໃຫ້ສາຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ຫວຽດນາມ​ - ຍີ່່​ປຸ່ນ ​​ໃຫ້ເລິກ​​ເຊິ່ງກ່ວາ​ອີກ”, ​ເຊີນ​ທ່ານ​ຕິດຕາມຮັບ​ຟັງ.

ຂ່າວ/ບົດ​ອື່ນ