ນາຍົກລັດຖະມົນຕີ ລັດເຊຍ ຊີ້ແຈ້ງ 5 ບຸລິມະສິດໃຫ້ແກ່ວິວັດທະນາການພັດທະນາ

ນາຍົກລັດຖະມົນຕີ ລັດເຊຍ ຊີ້ແຈ້ງ 5 ບຸລິມະສິດໃຫ້ແກ່ວິວັດທະນາການພັດທະນາ - ảnh 1
ທ່ານນາຍົກລັດຖະມົນຕີລັດເຊຍ Vladimir Putin
(ພາບ: ອີເຕີເນັດ)

(vovworld) - ວັນ​ທີ 11/4, ​ເມື່ອ​ອ່ານ​ບົດ​ລາຍ​ງານ​ສະຫຼຸບ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະມົນຕີ​ໃນ 4 ປີຜ່ານມາ​ຕໍ່​ສະມາຊິກ Duma ​ແຫ່ງ​ຊາດ (ຫຼື ສະພາ​ຕ່ຳ) ລັດ​ເຊຍ, ພ້ອມ​ທັງ​ເຕື້ອງ​ເຖິງ​ບັນ​ດາ​ຂໍ້​ສະ​ເໜີ​ບຸລິມະສິດ​ໃຫ້​ແກ່​ທິດ​ທາງການພັດທະນາ​​ໃນ​ໄລຍະຈະ​ມາ​ເຖິງ, ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Vladimir Putin ຮັບ​ຮູ້​ວ່າ:​ໃນ​ໄລຍະ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​, ​ພື້ນຖານ​ເສດຖະກິດ​ລັ​ດ​ເຊຍ​ ​ໄດ້ຊຸດ​ໂຊມ​ຫຼາຍ​ພໍ​ສົມ​ຄວນ ​ແຕ່​ປະຈຸ​ບັນ​ພວມ​ໄດ້​ຮັບ​ການ​ຟື້ນ​ຟູ. ສະຫະພັນ​ລັດ​ເຊຍ ກໍ​ຕ້ອງ​ຜ່ານ​ຜ່າ​ໄລຍະ​ເຄັ່ງ​ຕຶງ​ໃນ​ສັງຄົມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ນາຍົກລັດຖະມົນຕີ Putin ​ເນັ້ນ​ໜັກ​ວ່າ: ຮອດ​ຈຸດ​ເວລາ​​ແລ້ວທີ່​ບັນດາ​ກຳລັງ​ຄວນ​ສົມທົບ​ກັນ, ​ແບ່ງ​ປັນ​ຄວາມ​ຮັບຜິດຊອບ ​ແລະ ມຸ້ງ​ໄປ​ເຖິງ​ຈຸດໝາຍ​ລວມ​ແມ່ນ​ນຳ​ມາ​ເຊິ່ງຄວາມ​ຜາ​ສຸກ ​ແລະ ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ​ໃຫ້​ແກ່​ຊາວ​ລັດ​ເຊຍ ນັບ​ລ້ານ​ຄອບຄົວ. ຕາມ​ທ່ານ​ນາຍົກລັດຖະມົນຕີ Putin ​ແລ້ວ, ພັດທະນາ​ປະ​ເທດ​ລັດ​ເຊຍ​ແຫ່ງ​ໜຶ່ງດຽວ ​ແລະ ທັນ​ສະ​ໄໝ​ຕ້ອງ​ແມ່ນ​ຈຸດໝາຍສ້າງ​ຄວາມ​ສາມັກຄີ​​ບັນດາ​ກຳລັງ​ການ​ເມືອງ.

ຂ່າວ/ບົດ​ອື່ນ