ນາຍົກລັດຖະມົນຕີ ສິງກະໂປ ເຂົ້າຮ່ວມພິທີ ເລີ່ມລົງມືກໍ່ສ້າງໂຄງການ VSIP ກວາງຫງ້າຍ

ນາຍົກລັດຖະມົນຕີ ສິງກະໂປ ເຂົ້າຮ່ວມພິທີ ເລີ່ມລົງມືກໍ່ສ້າງໂຄງການ VSIP ກວາງຫງ້າຍ - ảnh 1
ທ່ານ​ນາຍົກລັດຖະມົນຕີສ.ສິງກະ​ໂປ ຫຼີຊຽນຫຼົງ
ພົບປະກັບທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
(ພາບ: TTXVN)


(vovworld) - ຕອນ​ບ່າຍວັນ​ທີ 13 ກັນຍາ, ທ່ານ​ນາຍົກລັດຖະມົນຕີສ.ສິງກະ​ໂປ ຫຼີຊຽນຫຼົງ ​ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ ເປັນ​ເວລາ ​3 ວັນ​ຢ່າງ​ເປັນ​ທາງ​ການ​, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ. ກ່ອນ​ທີ່​ເດີນ​ທາງ​ກັບ​ເມືອ​ປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ​ໄດ້​ເຂົ້າ​ຮ່ວມ​ພິທີວາງ​ສີ​ລາ​ລຶກ​ໂຄງການ​ເຂດ​ອຸດສາຫະກຳ - ຕົວ​ເມືອງ ​ແລະ ການ​ບໍລິການ VSIP ກວາງ​ຫງ້າ​ຍ. ​ໂຄງການ​ໂດຍ​ບໍລິສັດຮ່ວມ​ທຸລະ​ກິດເຂດ​ອຸດສາຫະກຳ​ຫວຽດນາມ - ສິງກະ​ໂປ (VSIP) ຈຳກັດ ​ເປັນ​ເຈົ້າຂອງ​​ລົງທຶນ ຈະ​ເປີດ​ແງ່ຫວັງທີ່​ໃຫຍ່​ຫຼວງ​ສຳລັບການ​ດຶງ​ດູດ​ການ​ລົງທຶນ​ເຂົ້າ​ເຂດ​ເສດຖະກິດ​ ຢຸງກວດ, ​ແຂວງ​ກວາງ​ຫງ້າ​ຍ.

        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 12 ກັນຍາ, ທີ່​ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​ເລື່ອງ 2 ຝ່າຍ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ສິງກະ​ໂປ ກົງ​ກັບ​ໂອກາດ​ 2 ປະ​ເທດສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ; ຕີ​ລາຄາ​ສູງ​ຫຼັກ​ໝັ້ນ​ຂອງ​ສິງກະ​ໂປ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ປະທານ​ປະ​ເທ​ດ ​ເຈືອງ​ເຕີນ​ຊາງ ​ເຊື່ອ​ໝັ້ນ​ວ່າ ບົນ​ຈິດ​ໃຈ​ພື້ນຖານ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ, ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ການ​ລົງທຶນ, ການ​ຄ້າ, ສຶກສາ, ວັດທະນະທຳ​ລະຫວ່າງ​ຫວຽດນາມ ​ແລະ ສິງກະ​ໂປ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ.
ຂ່າວ/ບົດ​ອື່ນ