ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີເລີ່ມປະຕິບັດໂຄງການ TH True milk
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີເລີ່ມລົງມືປະຕິບັດໂຄງການ |
(vovworld)- ໃນຂອບເຂດການຢ້ຽມຢາມລັດເຊຍ, ວັນທີ 18/5, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີເລີ່ມປະຕິບັດໂຄງການລ້ຽງງົວພັນນົມ ແລະ ປຸງແຕ່ງໄລຍະ 1 ຂອງກຸ່ມບໍລິສັດ TH True milk ຢູ່ເມືອງ Volokolamsk ແຂວງມົດສວາແຫ່ງສະຫະພັນລັດເຊຍ. ທີ່ພິທີດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງຄວາມໝາຍຂອງວັນຍາການຄ້າເສລີຫວຽດນາມ - ສະຫະພັນເສດຖະກິດອາຊີ-ເອີລົບ ເປີດປະຕູຕະຫຼາດການບໍລິການ ແລະ ການລົງທຶນ, ສ້າງເງຶ່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືໃນຂົງເຂດນີ້. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ປາດຖະໜາວ່າ ໂຄງການຈະກາຍເປັນກິດຈະກຳຮ່ວມມືກະສີກຳທີ່ພົ້ນເດັ່ນຂອງປະເທດ, ເໝາະສົມກັບການພັດທະນາທີ່ຂະຫຍັນຂັ່ນເຄື່ອນຂອງການພົວພັນ 2 ຝ່າຍ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງການນຳ ແລະ ປະຊາຊົນ 2 ປະເທດ.