ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນເຈົ້າການຈັດງານລ້ຽງຕ້ອນຮັບແຂກສາກົນ ເນື່ອງໃນໂອກາດວັນຊາດທີ 2/9

(VOVWORLD) - ຕອນຄ່ຳວັນທີ 30 ສິງຫາ, ທີ່ສູນກອງປະຊຸມສາກົນ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນເຈົ້າການຈັດງານລ້ຽງຕ້ອນຮັບແຂກສາກົນ ເນື່ອງໃນໂອກາດວັນຊາດທີ 2/9 - ảnh 1 ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນເຈົ້າການຈັດງານລ້ຽງຕ້ອນຮັບແຂກສາກົນ ເນື່ອງໃນໂອກາດວັນຊາດທີ 2/9 (ພາບ: VGP)

ໄດ້ເປັນເຈົ້າການຈັດງານລ້ຽງຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດຊົ່ວຄາວ, ຫົວໜ້າຄະນະປະຕິບັດງານສາກົນພ້ອມດ້ວຍບັນດາພັນລະຍາ, ສາມີປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນສະຖາປະນາປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ (02/09/1945 – 02/09/2018) ຂຶ້ນຢ່າງສົມກຽດ. ທີ່ງານລ້ຽງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ:

        “ອະນາຄົດອັນດີງາມຂອງ ຫວຽດນາມ ຕິດພັນກັບສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນລວມຂອງພາກພື້ນ ແລະ ໂລກ. ຫວຽດນາມ ຍາມໃດກໍ່ມານະພະຍາຍາມເຊື່ອມໂຍງເຂົ້າກັບສາກົນ, ໃນນັ້ນ ພິເສດແມ່ນການຮ່ວມມືກ່ຽວກັບເສດຖະກິດຈະໄດ້ຮັບການຍູ້ແຮງ; ພ້ອມກັບປະຊາຄົມສາກົນເພີ່ມທະວີການເຈລະຈາ ແລະ ຮ່ວມມືບົນພື້ນຖານເຄົາລົບເອກະລາດ, ອຳນາດອະທິປະໄຕ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດໝາຍສາກົນ, ຖືນັ້ນແມ່ນພື້ນຖານ ແລະ ແມ່ນວິທີການທີ່ມີປະສິດທິຜົນທີ່ສຸດ ເພື່ອຮັບປະກັນຜົນປະໂຫຍດອັນຊອບທຳໃຫ້ແກ່ບັນດາປະເທດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກພວມປະຕິບັດວິໄສທັດ 2025, ສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ພັດທະນາ, ວັດທະນາຖາວອນ ແລະ ເພີ່ມທະວີບົດບາດເປັນໃຈກາງຂອງ ອາຊຽນໃນໂຄງສ້າງ ຂອງພາກພື້ນ.

        ຕາງໜ້າບັນດາແຂກສາກົນ, ທ່ານ Jorge Rondon Uzcategui, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ. ເວເນຊູເອລາ ຫົວໜ້້າຄະນະທູຕານຸທູດປະຈຳ ຮ່າໂນ້ຍ ໃຫ້ຮູ້ວ່າ: ປະຊາຄົມສາກົນສົ່ງເສີມຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອກາຍເປັນປະເທດອຸດສາຫະກຳ, ສີວິໄລໂດຍໄວ ພ້ອມທັງຢືນຢັນເຖິງຄວາມປາດຖະໜາຢາກເປີດກ້ວາງ ແລະ ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ ເລິກເຊິ່ງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ