(VOVWORLD) - ນີ້ແມ່ນລາຍການພິເສດຂອງປະເທດເຈົ້າພາບ ຫວຽດນາມ ເພື່ອຂ່ຳນັບຮັບຕ້ອນບັນດາປະມຸກລັດ, ການນຳບັນດາປະເທດ, ກຸ່ມບໍລິສັດ, ວິສາຫະກິດເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF ASEAN) ປີ 2018
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ງານລາຕີ
|
ຕອນຄ່ຳວັນທີ 12 ກັນຍາ, ທີ່ສູນກອງປະຊຸມແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ເປັນເຈົ້າພາບຈັດຕັ້ງງານລາຕີໂຄສະນາວັດທະນະທຳ ຫວຽດນາມ ທີ່ມີຊື່ວ່າ “ສີສັນ ຫວຽດນາມ”. ນີ້ແມ່ນລາຍການພິເສດຂອງປະເທດເຈົ້າພາບ ຫວຽດນາມ ເພື່ອຂ່ຳນັບຮັບຕ້ອນບັນດາປະມຸກລັດ, ການນຳບັນດາປະເທດ, ກຸ່ມບໍລິສັດ, ວິສາຫະກິດເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF ASEAN) ປີ 2018.
“ສີສັນ ຫວຽດນາມ” ລວມມີລາຍການສະແດງທີ່ເປັນເອກະລັກສະເພາະຂອງ 3 ພາກຄື: ພາກເໜືອ - ພາກກາງ - ພາກໃຕ້, ໃນນັ້ນມີດົນຕີໂດຍ UNESCO ເຊີດຊູຄື: ດົນຕີໃນພະລາດຊະວັງ ເຫ້ວ, ຂັບ ກວານຫໍ້ ບັກນີງ, ຂັບຈ່ອຍ, ດົນຕີປະສານສຽງເຄື່ອງດົນຕີຂອງຊົນເຜົ່າ…
ກ່າວຄຳເຫັນທີ່ງານລາຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ການເຂົ້າຮ່ວມຂອງບັນດາຜູ້ແທນທີ່ເວທີປາໄສ WEF ASEAN ຄັ້ງນີ້ໄດ້ສະແດງໃຫ້ເຫັນບັນດາການກຳນົດທິດຮ່ວມມືມຸ່ງໄປເຖິງອະນາຄົດ, ແບ່ງປັນວິໄສທັດຮ່ວມ, ນັ້ນແມ່ນ “ປະຊາຄົມ ອາຊຽນ ອີງໃສ່ບັນດາກົດລະບຽບ, ມຸ່ງໄປເຖິງປະຊາຊົນ ແລະ ຖືປະຊາຊົນເປັນໃຈກາງ” ແລະ ບໍ່ມີໃຜຖືກປະໄວ້ຢູ່ທາງຫຼັງ ຫຼື ຖືກຕັດຂາດອອກ ຈາກຊີວິດ ສີວິໄລ, ການພັດທະນາ.