ນາຍົກລັດຖະມົນຕີ ຫງວຽນເຕິີນຢຸງ ຕ້ອນຮັບລັດຖະມົນຕີວ່າການກະຊວງການຄ້າ ແລະ ຮ່ວມມືພັດທະນາແດນມາກ

ນາຍົກລັດຖະມົນຕີ ຫງວຽນເຕິີນຢຸງ ຕ້ອນຮັບລັດຖະມົນຕີວ່າການກະຊວງການຄ້າ ແລະ ຮ່ວມມືພັດທະນາແດນມາກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິີນຢຸງ ຕ້ອນຮັບ
​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ ​ແລະ ຮ່ວມ​ມື​ພັດທະນາ​ແດນ​ມາກ
(ພາບ: VGP)


(vovworld) – ຕອນ​ບ່າຍ​ວັນ​ທີ 19/01, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້​ການ​ຕ້ອນຮັບ​ທ່າ​ນລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ ​ແລະ ຮ່ວມ​ມື​ພັດທະນາ​ແດນ​ມາກ Mogens Jensen ​ພ້ວມ​ຢ້ຽມຢາມ ​ແລະ ​ເຮ​ັດວຽກ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີ​ລາຄາ​ສູງ​​ການ​ເຮັດ​ວຽກ​ລະຫວ່າງ​ທ່ານ​ລັດຖະມົນຕີ​ວ່າການ Mogens Jensen ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ​ ໝາກຜົນ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ປະກອບສ່ວນ​ຕັ້ງໜ້າ​ໃຫ້​ແກ່ການ​ຮ່ວມ​ມື 2 ຝ່າຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ, ຫວຽດນາມ ປາດ​ຖະໜາ​ຢາກມານະ​ພະຍາຍາມ​ພ້ອມ​ກັບ​ແດນ​ມາກ ສືບ​ຕໍ່​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກວ່າ​ອີກ. ​​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ… ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກໍ່​ເຊື່ອ​ໝັ້ນ​ວ່າ, ​ເລື່ອງ​ຮັບຮອງ​ເອົາ​ສັນຍາ​ການ​ຄ້າ​ ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ (PCA) ​ແລະ ລົງ​ນາມ​ໃນ​ສັນຍາການ​ຄ້າເສລີ (FTA) ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບໂດຍ​ໄວ ​ຈະ​ແມ່ນ​ເງື່ອນ​ໄຂ​ສະດວກ ກໍ່​ຄືສ້າງ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ໃໝ່ທີ່​ໃຫຍ່​ຫຼວງ​ກວ່າ​ລະຫວ່າງ​ຫວຽດນາມ - EU, ​ໃນ​ນັ້ນ​ມີ ​ແດນ​ມາກ. ທ່ານ​ນາຍົກລັດຖະມົນຕີປາດ​ຖະໜາ​ວ່າ, ​ແດນ​ມາກ ສືບ​ຕໍ່​ສະໜັບສະໜູນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ພວມ​ທຳ​ມາ​ຫາ​ກິນ, ຮໍ່າຮຽນ ​ແລະ ​ດຳລົງ​ຊີວິດ​ຢູ່​ແດນ​ມາກ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມ​ປະ​ເທດ​ຈຳ​ຖິ່ນ.

ຂ່າວ/ບົດ​ອື່ນ