ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ
ອວຍພອນປີໃໝ່ທ່ານ ໂດ້ເມື່ອຍ, ອະດີດເລຂາທິການໃຫຍ່
(ພາບ: nguyentandung.org)
(vovworld) - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ, ຕອນເຊົ້າວັນທີ 02/02, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ໄປຢ້ຽມຢາມ ແລະ ອວຍພອນທ່ານ ໂດ້ເມື່ອຍ ອະດີດເລຂາທິການໃຫຍ່, ທ່ານ ເລດຶກແອງ ອະດີດປະທານປະເທດ ແລະ ທ່ານພົນເອກ ຫວໍຫງວຽນຢ໋າບ. ບັນດາອະດີດການນຳພັກ, ລັດ ໄດ້ຕີລາຂາສູງວຽກງານຊີ້ນຳ, ບໍລິຫານຂອງລັດຖະບານໃນປີ 2012 ແມ່ນໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະກອບສ່ວນເຂົ້າໃນຜົນສຳເລັດຢ່າງຮອບດ້ານເຊິ່ງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນບັນລຸໄດ້ ໃນພາລະກິດສ້າງສາ ແລະ ພັດທະນາເສດຖະກິດສັງຄົມ, ຮັບປະກັນປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດຊາດ; ຫວັງວ່າ ລັດຖະບານຈະມານະພະຍາຍາມກວ່າອີກໃນວຽກງານຊີ້ນຳ, ບໍລິຫານ; ສືບຕໍ່ນຳປະເທດພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງເຂັ້ມແຂງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັບໝູ່ຄະນະລັດຖະບານສືບຕໍ່ມານະພະຍາຍາມ, ສູ້ຊົນເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້; ແກ້ໄຂຄວາມຈຳກັດ, ອ່ອນດ້ອຍ; ຍົກສູງປະສິດທິພາບ, ປະສິດທິຜົນໃນວຽກງານຊີ້ນຳບໍລິຫານຢ່າງບໍ່ຢຸດຢັ້ງ.