ນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ເຂົ້າຮ່ວມກອງປະຊຸມ ທະນາຄານປີ 2012
ຕອນເຊົ້າວັນທີ 17/12 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູ໋ງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມຜັນຂະຫຍາຍວຽກງານຫນ້າທີ່ ທະນາຄານປີ 2012 ໂດຍມີການເຂົ້າຮ່ວມຂອງການນຳຫລັກແຫລ່ງທັງໝົດຂອງຂະແຫນງທະນາຄານຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງຊີ້ແຈງວ່າ: ຫນຶ່ງໃນບັນດາຫນ້າທີ່ໃຫຍ່ຂອງລະບົບທະນາຄານໃນປີ 2012 ແມ່ນສຸມໃສ່ຫລຸດຜ່ອນອັດຕາດອກເບ້ຍເພດານໃຫ້ສອດຄ່ອງກັບກົດເກນເມື່ອໄພເງິນເຟີ້ຫລຸດລົງ. ນີ້ກໍແມ່ນມາດຕະການແທດຈິງ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ ເພື່ອຮັກສາການເຕີບໂຕຢູ່ໃນລະດັບເໝາະສົມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ກໍ ສະເຫນີທະນາຄານແຫ່ງລັດ ຈົ່ງຍົກສູງປະສິດທິຜົນ, ຜົນສັກສິດຂອງການບໍລິຫານນະໂຍບາຍເງິນຕາ. ທະນາຄານແຫ່ງລັດຊີ້ນຳປະຕິບັດການສ້າງໂຄງປະກອບລະບົບທະນາຄານຄືນໃຫມ່ເປັນຢ່າງດີ ເພື່ອໃຫ້ບັນດາທະນາຄານເຄື່ອນໄຫວຢ່າງມີປະສິດທິຜົນ, ໂປ່ງໃສ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູ໋ງໃສ່ໃຈວ່າ: ທະນາຄານແຫ່ງລັດຄວນປະຕິບັດຫນ້າທີ່ຄວາມຮັບຜິດຊອບເປັນກຳມະສິດສຳລັບ ທະນາຄານການຄ້າຂອງລັດ, ເພື່ອໃຫ້ບັນດາທະນາຄານນີ້ເຂັ້ມແຂງຢ່າງຮອບດ້ານ ແລະ ການເປັນກຳລັງຫລັກແຫລ່ງ.