ນາຍົກລັດຖະມົນຕີ ອັງກິດ ບໍ່ນັບເຖິງກໍລະນີເກີດມີການລົງປະຊາມະຕິໄວ້ວາງໃຈກ່ຽວກັບບັນຫາ Brexit
(VOVWORLD) - ທ່ານນາງນາຍົກລັດຖະມົນຕີ Theresa May ໄດ້ຢັ້ງຢືນວ່າ ຂໍ້ຕົກລົງ Brexit ແມ່ນຂໍ້ຕົກລົງທີ່ຖືກຕ້ອງເພື່ອຜົນປະໂຫຍດຂອງປະເທດ ອັງກິດ
ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May
(ພາບ: EPA/TTXVN )
|
ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ບໍ່ນັບເຖິງກໍລະນີເກີດມີການປ່ອນບັດລົງປະຊາມະຕິໄວ້ວາງໃຈສຳລັບທ່ານນາງ ທີ່ກ່ຽວຂ້ອງເຖິງຂໍ້ຕົກລົງ Brexit. ວັນທີ 18 ພະຈິກ, ເມື່ອຕອບສຳພາດຕໍ່ຊ່ອງໂທລະພາບ Sky News, ທ່ານນາງນາຍົກລັດຖະມົນຕີ Theresa May ໄດ້ຢັ້ງຢືນວ່າ ຂໍ້ຕົກລົງ Brexit ແມ່ນຂໍ້ຕົກລົງທີ່ຖືກຕ້ອງເພື່ອຜົນປະໂຫຍດຂອງປະເທດ ອັງກິດ, ເພື່ອວຽກເຮັດງານທຳຂອງປະຊາຊົນ, ເພື່ອອະນາຄົດຂອງຄົນລຸ້ນໜຸ່ມ. ທ່ານນາງ Theresa May ເນັ້ນໜັກວ່າ: ໃນ 7 ວັນຈະມາເຖິງ ແມ່ນສຳຄັນທີ່ສຸດສຳລັບອະນາຄົດຂອງປະເທດ ອັງກິດ ໃນວິວັດທະນາການຖອນຕົວອອກຈາກສະຫະພາບເອີລົບ (EU).
ທ່ານນາຍົກລັດຖະມົນຕີ Theresa May ຖືວ່າ ສິ່ງທ້າທາຍຕົ້ນຕໍສຳລັບສິດນຳພາຂອງທ່ານນາງຍັງບໍ່ທັນໃຫຍ່ຫຼວງເຖິງຂັ້ນທີ່ຈະພາໄປເຖິງການລົງປະຊາມະຕິໄວ້ວາງໃຈໄດ້. ທ່ານນາງ Theresa May ກໍ່ແບ່ງປັນວ່າ ການປ່ຽນການນຳໃນປະຈຸບັນຈະຊ່ວຍໃຫ້ບັນດາການເຈລະຈາງ່າຍດາຍກ່ວາ, ກົງກັນຂ້າມຈະນຳມາເຊິ່ງຄວາມຂາດສະຖຽນລະພາບທີ່ສົ່ງຜົນສະທ້ອນເຖິງປະຊາຊົນ.