ພາບປະກອບ: vtv.vn
|
(vovworld) - ວັນທີ 26/9, ນາຍົກລັດຖະມົນຕີອອກຄຳສັ່ງຊີ້ນຳບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ຕ້ອງກວດກາ ລາຄາທຸກປະເພດ, ຄ່າສິ້ນເປືອງຂອງສິນຄ້າປະເພດຕ່າງໆ ແລະ ລາຄາອຸປະກອນວັດສະດຸສົ້ນເຂົ້າຂອງການຜະລິດ ຢ່າງແຫນ້ນແຟ້ນ. ທ່ານ ນາຍົກລັດຖະມົນຕີ ສະເຫນີໃຫ້ກະຊວງ, ຂະແຫນງການ, ຄະນະກຳມະການປະຊາຊົນແຂວງ, ນະຄອນ ຂຶ້ນກັບສູນກາງ ປະຕິບັດການປ້ອງກັນ, ສໍ້ໂກງການຄ້າ, ຕ້ານສໍ້ໂກງລາຄານຳເຂົ້າ ແລະ ການຄ້າເຖື່ອນຜ່ານຊາຍແດນຢ່າງເຂັ້ມງວດ, ເປັນຕົ້ນແມ່ນນ້ຳມັນ, ຢາສູບ, ແຮ່ທາດ, ເດັດດ່ຽວແກ້ໄຂບັນດາການກະທຳລະເມີດໃຫ້ເຂັ້ມງວດຕາມການກຳນົດຂອງກົດໝາຍ. ຄຽງຄູ່ກັນນັ້ນ, ຕ້ອງມີຄວາມໄຫວພິບໃນການບໍລິຫານນະໂຍບາຍເງິນຕາ, ສິນເຊື່ອ, ຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ, ຄຳ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ.