ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້ລັດ​ຖະ​ບານ​ຊຸດ​ໃໝ່ ຜັນ​ຂະ​ຫຍາຍ​ວຽກ​ງານ ດ້ວ​ຍ​ຈິດ​ໃຈ​ຂ້ຽວ​ຂາດ, ຮີບ​ດ່ວນ

(VOVWORLD) -ກອງປະຊຸມແນໃສ່ ເຫັນດີເປັນເອກະພາບ ບາງທັດສະນະໃນການຊີ້ນຳການເຄື່ອນໄຫວຂອງ ລັດຖະບານ, ພ້ອມທັງພິຈາລະນາປະກອບຄຳເຫັນກ່ຽວກັບບາງບັນຫາອັນສຳຄັນ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້ລັດ​ຖະ​ບານ​ຊຸດ​ໃໝ່ ຜັນ​ຂະ​ຫຍາຍ​ວຽກ​ງານ ດ້ວ​ຍ​ຈິດ​ໃຈ​ຂ້ຽວ​ຂາດ, ຮີບ​ດ່ວນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ປະທານກອງປະຊຸມລັດຖະບານ

ຕອນເຊົ້າວັນທີ 15 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ປະທານກອງປະຊຸມລັດຖະບານຄັ້ງ ທຳອິດ ພາຍຫຼັງ ໄດ້ຮັບການບູລະນະຢູ່ກອງປະຊຸມເທື່ອທີ 11 ສະພາແຫ່ງຊາດ ຊຸດທີ່ XIV ທີ່ຜ່ານມາ ເພື່ອແນໃສ່ຜັນຂະຫຍາຍວຽກງານຂອງລັດຖະບານໃນໄລຍະຈະມາເຖິງ.

ກອງປະຊຸມແນໃສ່ ເຫັນດີເປັນເອກະພາບ ບາງທັດສະນະໃນການຊີ້ນຳການເຄື່ອນໄຫວຂອງ ລັດຖະບານ, ພ້ອມທັງພິຈາລະນາປະກອບຄຳເຫັນກ່ຽວກັບບາງບັນຫາອັນສຳຄັນ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຊີ້ແຈ້ງທັດສະນະວ່າ ພາຍຫຼັງໄດ້ຮັບການບູລະນະ ລັດຖະບານຕ້ອງປະຕິບັດວຽກງານຢ່າງທັນທີ, ສຸມໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຕົວຢ່າງເຖິງຖອງ ດ້ວຍຈິດໃຈຂ້ຽວຂາດ, ຮີບດ່ວນ, ວາງອອກບັນດາຂໍ້ກຳນົດ, ວິທີການແກ້ໄຂລະອຽດ ແລະ ມີປະສິດທິຜົນ ເພື່ອຜັນຂະຫຍາຍໃນແຕ່ລະຂະແໜງ, ແຕ່ລະຂົງເຂດ.ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວວ່າ:

        ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງກວ້າງຂວາງ ເພື່ອພັດທະນາ. ລະດົມກຳລັງແຮງຂອງຄວາມສາມັກຄີທົ່ວປວງຊົນທັງຊາດ, ຢຶດໝັ້ນກັບເປົ້າໝາຍຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ ເພື່ອພັດທະນາປະເທດຊາດ, ເປັນຕົ້ນແມ່ນແຫຼ່ງກຳລັງມະນຸດ. ຕ້ອງຜັນຂະຫຍາຍບັນດາເປົ້າໝາຍໜ້າທີ່ວິທີການແກ້ໄຂຢ່າງມີປະສິດທິຜົນ, ສຸມໃສ່ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ລະດົມແຫຼ່ງກຳລັງນອກລັດ.’’

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ອວຍພອນບັນດາສະມາຊິກລັດຖະບານຊຸດໃໝ່ ໂດຍສະພາແຫ່ງຊາດ ເລືອກຕັ້ງ ແລະ ໃຫ້ສັດຕະຍາບັນ, ທ່ານກໍ່ປາດຖະໜາວ່າ ບັນດາສະມາຊິກລັດຖະບານຊຸດໃໝ່ ພ້ອມກັບສະມາຊິກລັດຖະບານ ຊຸດເກົ່າ ປະກອບພູມປັນຍາ ພ້ອມກັບລັດຖະບານ ປະຕິບັດສຳເລັດໜ້າທີ່ ເຊິ່ງ ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ