(vovworld) - ເນື່ອງໃນໂອກາດ 67 ປີແຫ່ງວັນຊາດ ສສ ຫວຽດນາມ (2/9/1945 – 2/9/2012), ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ແລະ ພັນລະຍາ ໄດ້ຈັດງານລ້ຽງຮອງຮັບບັນດາເອກອັດຄະລັດຖະທູດ, ອຸປະທູດທູດ, ຜູ້ຕາງໜ້າບັນດາອົງການສາກົນປະຈຳຮ່າໂນ້ຍ ໃນຕອນຄໍ່າວັນທີ 31/8. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຊີ້ແຈ້ງວ່າ ປະຈຸບັນ ລັດຖະບານ ແລະ ປະຊາຊົນຫວຽດນາມ ພວມມານະພະຍາຍາມ, ມີຫົວຄິດປະດິດສ້າງ ເພື່ອຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສືບຕໍ່ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ໃນນັ້ນສິ່ງທີ່ບຸລິມະສິດແມ່ນຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັກສາລະດັບເຕີບການໂຕຢ່າງເໝາະສົມ, ຮັບປະກັນຊີວິດສັງຄົມ ແລະ ຮັກສາການປ້ອງກັນຊາດປ້ອງກັນຄວາມສະຫງົບ, ອະທິປະໄຕແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ກ່ຽວກັບການພົວພັນລະຫວ່າງຫວຽດນາມ ກັບ ວົງຄະນະຍາດສາກົນ, ທ່ານນາຍົກັດຖະມົນຕີໄດ້ຢືນຢັນວ່າ, ດ້ວຍທິດນຳທີ່ວ່າ “ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງວົງຄະນະຍາດສາກົນ”, ຫວຽດນາມ ພວມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບໂລກ ແລະ ພາກພື້ນ ຢ່າງຮອບດ້ານ, ມີບັນດາການປະກອບສ່ວນຢູ່ທີ່ເວທີປາໄສສາກົນຕ່າງໆ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ເນັ້ນໜັກວ່າ.
“ບົນເສັ້ນທາງພັດທະນາ ແລະ ເຊື່ອມໂຍງ, ພ້ອມກັບຄວາມມານະພະຍາຍາມເສີມຂະຫຍາຍແຫຼ່ງກຳລັງພາຍໃນປະເທດ, ຫວຽດນາມ ປາດຖະໜາສືບຕໍ່ໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອ ແລະ ຮ່ວມມືຫຼາຍດ້ານຈາກເພື່ອນມິດສາກົນຫຼາຍກວ່າອີກ. ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຖືຜົນປະໂຫຍດຂອງກັນເປັນສຳຄັນ, ແມ່ນພື້ນຖານ ແລະ ມີປະສິດທິຜົນທີ່ສຸດ ເພື່ອໃຫ້ພວກເຮົາຜ່ານຜ່າຄວາມຫຍຸ້ງຍາກ ເພື່ອເປົ້າໝາຍສັນຕິພາບ ແລະ ພັດທະນາ. ໃນຄວາມມານະພະຍາຍາມນັ້ນ, ບົດບາດແມ່ນຂົວເຊື່ອມຕໍ່ຢ່າງຕັ້ງໜ້າ, ຂະຫຍັນຂັນເຄື່ອນຂອງເພື່ອນສະຫຍາຍ ໃນການຊຸກຍູ້ການພົວພັນລະຫວ່າງປະເທດຫວຽດນາມ ກັບບັນດາປະເທດເພື່ອນມິດ ເພື່ອໃຫ້ບັນດາປະເທດພວກເຮົາພ້ອມກັນພັດທະນານັບມື້ນັບດີງາມ ໃນໂລກໜຶ່ງທີ່ສັນຕິພາບ, ມິດຕະພາບ ແລະ ຮ່ວມມື”.