ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດຈີນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ແລະ ທ່ານລັດຖະມົນຕີກະຊວງຕຳຫຼວດຈີນເມິງຈຽງຈູ (ພາບ: chinhphudientu ) |
Vovworld- ຕອນບ່າຍວັນທີ 23/10, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງຕຳຫຼວດຈີນເມິງຈຽງຈູຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ໄດ້ຊົມເຊີຍ ທ່ານລັດຖະມົນຕີກະຊວງຕຳຫຼວດຈີນເມິງຈຽງຈູມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຮ່ວມມືປ້ອງກັນ ແລະ ຕ້ານອາດຊະຍາກຳຄັ້ງທີ່ 3 ລະຫວ່າງກະຊວງ ຕຳຫຼວດຫວຽດນາມ ແລະ ລະຫວ່າງກະຊວງ ຕຳຫຼວດຈີນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ໄດ້ຕີລາຄາສູງການ ປະສານສົມທົບຮ່ວມມື ຢ່າງແໜ້ນແຟ້ນລະຫວ່າງກະຊວງ ຕຳຫຼວດຂອງ 2 ປະເທດໃນໄລຍະທີ່ຜ່ານມາ, ເປັນຕົ້ນແມ່ນ ອາດຊະຍາກຳ ຢູ່ເຂດຊາຍແດນ ຫວຽດນາມ -ຈີນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ຫວັງວ່າ 2 ກະຊວງ ຕຳຫຼວດສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື ຢ່າງເລິກເຊິ່ງກ້ວາງຂວາງ. ທ່ານຢືນຢັນວ່າ ລັດຖະບານຫວຽດນາມຍາມໃດກໍສະໜັບສະໜູນ ບັນດາການເຄື່ອນໄຫວຮ່ວມມື ລະຫວ່າງ 2 ກະຊວງ ຕຳຫຼວດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ຢືນຢັນວ່າ ພັກ, ລັດຫວຽດນາມຍາມໃດກໍຖືເປັນສຳຄັນການພົວພັນຮ່ວມມືກັບຈີນ ແລະ ຈະພະຍາຍາມຈົນສຸດຄວາມສາມາດຂອງຕົນພ້ອມກັບຈີນຍູ້ແຮງການພົວພັນຮ່ວມມືລະຫວ່າງ 2 ປະເທດເພື່ອຜົນປະໂຫຍດ ແລະ ການພັດທະນາລວມຂອງທັງ 2 ຝ່າຍ. ສ່ວນ ທ່ານລັດຖະມົນຕີກະຊວງຕຳຫຼວດຈີນເມິງຈຽງຈູ ຢືນຢັນວ່າ ກະຊວງ ຕຳຫຼວດຈີນສືບຕໍ່ປະສານສົມທົບຮ່ວມມືຢ່າງແໜ້ນແຟ້ນກັບກະຊວງຕຳຫຼວດ ຫວຽດນາມເພືອ່ແນໃສ່ຜັນຂະຫຍາຍປະຕິບັດບັນດາສັນຍາຮ່ວມມື ທີ່ 2 ຝ່າຍໄດ້ເປັນເອກະພາບກັນປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ. ເມື່ອເຕື້ອງເຖິງບັນຫາຢູ່ທະເລຕາເວັນອອກ, ທ່ານລັດຖະມົນຕີກະຊວງຕຳຫຼວດຈີນເມິງຈຽງຈູ ສະແດງຄວາມເຫັນດີເຫັນພ້ອມກັບທັດສະນະຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ແມ່ນ 2 ຝ່າຍຄວນພ້ອມກັນເຈລະຈາເພືອ່ຊອກຫາວິທີການແກ້ໄຂເທົາທີ່ຄວນ ແລະ ຍາວນານ ແລະ ເຊື່ອໝັ້ນວ່າ ບັນຫາຢູ່ທະເລຕາເວັນອອກຈະບໍ່ສົ່ງຜົນສະທ້ອນເຖິງການພົວພັນຮ່ວມມືລະຫວ່າງ 2 ປະເທດ.