ນາຍົກລັດຖະມົນຕີ Nguyen Tan Dung ພົບປະກັບ ຜູ້ນຳສະພາ ແຫ່ງຊາດ ສປປ ເກົາຫລີ

ນາຍົກລັດຖະມົນຕີ Nguyen Tan Dung ພົບປະກັບ ຜູ້ນຳສະພາ ແຫ່ງຊາດ ສປປ ເກົາຫລີ - ảnh 1
ທ່ານ​ປະທານ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສປປ ​ເກົາຫຼີ Kim Yong Nam
ແລະ ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung

(vovworld) - ​ວັນ​ທີ 7/8, ຢູ່​ສຳນັກງານ​ລັດຖະບານ ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ​້ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສປປ ​ເກົາຫຼີ Kim Yong Nam ທີ່​ພວມ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່າ​ນນາຍົກລັດຖະມົນຕີ Nguyen Tan Dung ຕີ​ລາຄາ​ສູງ ການ​ຢ​້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາ​ງການ​ຂອງ​ທ່ານ ປະທານ Kim Yong Nam ​​ໃນ​ຄັ້ງ​ນີ້ ແລະ ຢືນຢັນ​ວ່າ: ລັດຖະບານ​ຫວຽດນາມ ຈະ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ທີ່​ການ​ພົບ​ປະເຈລະຈາ, ​ລະຫວ່າງ​ທ່ານ ປະທານ Kim Yong Nam ກັບ​ບັນດາ​ການ​ນຳ​ຫວຽດນາມ ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ໜັກ​ວ່າ: ຍາມ​ໃດ​ຫວຽດນາມ ກໍ​ຖື​ການ​ພົວພັນ​ຮ່ວມ​ມື​ກັບ ສປປ ​ເກົາຫຼີ ​ເປັນ​ສຳຄັນ, ປາດ​ຖະໜາ​ຢາກ​ພ້ອມ​ກັບ ສປປ ​ເກົາຫຼີ ເພີ່ມ​ທະວີ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​​ໃຫ້​ດີກ່ວາ​ອີກ, ພິ​ເສດ​ແມ່ນ​ການ​ຮ່ວມ​ມືທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ.​.​.​ ກ່ຽວ​ກັບ​ບັນຫາ​ໃນ​ແຫຼມ​ເກົາຫຼີ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນ​ວ່າ: ຫວຽດນາມ ມີ​ທັດສະນະສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ສະໜັບສະໜູນ​ການ​ສ້າງແຫຼມ ​ເກົາຫຼີ ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ, ສະໜັບ​ສະ​ໜູນ​ການ​​​ສົນທະນາ, ​ໄກ​່​ເກ່ຍ, ສັນຕິພາບ​ເອກະ​ພາບ​ລະຫວ່າງ 2 ພາກ​ເກົາຫຼີ.

ສ່ວນ​ທ່ານ​ປະທານ Kim Yong Nam ຢືນຢັນ​ວ່າ: ຍາມ​ໃດ ສປປ ​ເກົາຫຼີ ກໍ​ຖື​ເປັນ​ສຳ​ຄັນ ​ແລະ ປາດ​ຖະໜາ​ຢາກ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ ຢ່າງ​ບໍ່​ຢຸດ​ຢັ້ງ. ພ້ອມ​ທັງ​ປາດ​ຖະໜາ​ຢາກ​ໃຫ້ ​ຫວຽດນາມ ​ແບ່ງປັນ​ບັນດາ​ບົດຮຽນ​ທີ່​ດີ, ຮູບ​ແບບ​ທີ່​ດີ​​ໃນ​ການ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ. ທ່ານ​ປະທານ Kim Yong Nam ຂໍ​ຂອບ​ອົກ​ຂອບ​ໃຈ​ຫວຽດນາມ ທີ່​ໄດ້​ມອບ​ເຂົ້າສານ 5.000 ​ໂຕນ​ເພື່ອ​ແນ​ໃສ່​ແບ່ງປັນ ​ແລະ ຊ່ວຍ​ເຫຼືອ​ປະຊາຊົນ ສປປ ​ເກົາຫຼີ​ ​ແລະ ​ເນັ້ນ​ໜັກ​ວ່າ: ການ​ໜູນ​ຊ່ວຍ​ນີ້​ຂອງ​ຫວຽດນາມ ​ແມ່ນ​​ແຫຼ່ງລະດົມ​ກຳລັງ​ໃຈ​ທີ່​ໃຫຍ່​ຫຼວງ​ຊ່ວຍ​ປະຊາຊົນ ສປປ ​ເກົາຫຼີ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ພາຍຫຼັງ​ໄພພິບັດ​ທຳ​ມະ​ຊາດ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະທານ Kim Yong Nam ຢືນຢັນ​ຫຼັກ​ໝັ້ນ​ຂອງ ສປປ ​ເກົາຫຼີ ​ແມ່ນ​ສະໜັບສະໜູນ​ເລື່ອງ​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ກົດ​ໝາຍວ່າ​ດ້ວຍ​ທະ​ເລ​ຂອງ ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ