ນຳການພົວພັນຫວຽດນາມ-ລາວໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່

ນຳການພົວພັນຫວຽດນາມ-ລາວໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ - ảnh 1
ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການຄະນະ​ເລຂາ​ສູນ​ກາງ ​ຕ້ອນຮັບ​​ທ່ານ​ຮອງ​ປະທານ​ປະ​ເທດລາວ ບຸນ​ຍັງ ວໍ​ລະ​ຈິດ
(ພາບ:An Dang/TTXVN)

 (vovworld) - ຕອບ​ບ່າຍ​ວັນທີ 7/7, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການຄະນະ​ເລຂາ​ສູນ​ກາງ, ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ລາວ ​ໂດຍ​ທ່ານ​ຮອງ​ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ ນຳ​ໜ້າ, ພວມ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ຮອງ​ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ ຢືນຢັນ​ວ່າ: ລາວ ພ້ອມ​ກັບ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນສ້າງ​ໃຫ້​ແກ່​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ລາວ - ຫວຽດນາມ ​ໃຫ້ນັບ​ມື້​ນັບ​ພັດທະນາ​ຂຶ້ນ​ສູ່ລະດັບ​ສູງ​ໃໝ່; ປະຕິບັດ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ 2 ພັກ, 2 ລັດຢ່າງ​ມີ​ປະສິດທິ​ຜົນ. ສ່ວນ​ທ່ານ ​ເລ​ຮົ່ງ​ແອ​ງກໍຢືນຢັນ​ວ່າ: ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ​ໄດ້​ກາຍ​ເປັນຊັບ​ສົມບັດ​ລວມທີ່​ລ້ຳ​ຄ່າ​ຂອງ​ປະຊາຊົນ 2 ປະ​ເທດ, ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດຂອງ​ຕົນ ພ້ອມ​ກັບ ລາວ ​ເພື່ອ​ຮັກສາ, ​ເພີ່ມ​ພູນ​ຄູນສ້າງ ​ແລະ ສືບ​ທອດ​ໃຫ້​ຄົນ​ລຸ້ນຫລັງ.

        ​ໃນ​ຂອບ​ເຂດ​ການ​ຢ້ຽ​ມຢາມ ຫວຽດນາມ, ທ່ານ​ຮອງ​ປະທານ​ປະ​ເທດ ລາວ ບຸນ​ຍັງ​ ວໍລະ​ຈິດ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ ​ໂຕ​ຮູ​ຍ​ເຣື້ອ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ.

ຂ່າວ/ບົດ​ອື່ນ